ອາຍຸການປະສານງານເປັນຂີດໝາຍຂອງ ຫວຽດນາມ ໃນການພັດທະນາການພົວພັນ ອາຊຽນ - ອິນເດຍ

(VOVWORLD) - ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມຕີລາຄາສູງບົດບາດປະສານງານໃນການພົວພັນ ອາຊຽນ - ອິນເດຍ ຂອງ ຫວຽດນາມ, ຊ່ວຍຊຸກຍູ້ການພົວພັນ 2 ຝ່າຍພັດທະນາທັງຄຸນນະພາບ ແລະ ປະລິມານ.

ຄ່ຳຄືນວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດລາຍການເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງປະເທດສາທາລະນະລັດ ອິນເດຍ ຄົບຮອບ 69 ປີ, ແຕ່ວັນທີ 24 -26 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມຕີລາຄາສູງບົດບາດປະສານງານໃນການພົວພັນ ອາຊຽນ - ອິນເດຍ ຂອງ ຫວຽດນາມ, ຊ່ວຍຊຸກຍູ້ການພົວພັນ 2 ຝ່າຍພັດທະນາທັງຄຸນນະພາບ ແລະ ປະລິມານ. ການຮ່ວມມີດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈສືບຕໍ່ໄດ້ຮັບການເພີ່ມທະວີຜ່ານການຮັກສາກົນໄກຄູ່ເຈລະຈາ ແລະ ການຮ່ວມມືຢູ່ຂັ້ນຕ່າງໆ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢູ້ງ, ຕີລາຄາວ່າ:

        “3 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນກົນໄກ່ຮ່ວມມືດ້ານການເມືອງ, ຊ່ວຍຮັກສາບັນດາກົນໄກເຈລະຈາຂັ້ນລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງ ກໍ່ຄືຄະນະກຳມະການປະສານງານຮ່ວມ. ກ່ຽວກັບດ້ານເສດຖະກິດ, ພວກເຮົາກໍ່ໄດ້ປະຕິບັດແຜນການກະທຳ 2016 2020 ແລະ ໄລຍະຜ່ານມາປະຕິບັດໄດ້ກ່ວາ 50%. ຫວຽດນາມ ໄດ້ເປັນເຈົ້າການພ້ອມກັບ ອິນເດຍ ກຳນົດ 26 ຂົງເຂດບຸລິມະສິດເພື່ອປະຕິບັດບັນດາແຜນການກະທຳ, ດັ່ງນັ້ນຈຶ່ງບັນລຸປະສິດທິຜົນທີ່ສຸດ.”

        ກ່ຽວກັບການພົວພັນ 2 ຝ່າຍ, ຈຸດພົ້ນເດັ່ນຂອງການຢ້ຽມຢາມ ອິນເດຍ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນັ້ນແມ່ນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່. ຜ່ານບັນດາການເຈລະຈາກັບບັນດາການນຳ ອິນເດຍ, 2 ຝ່າຍໄດ້ເຫັນດີເປັນເອກະສັນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸໄດ້ 15 ຕື້ USD ໃນປີ 2020, ທົບ 2 ເທົ່າເມື່ອທຽບໃສ່ປະຈຸບັນ. ອິນເດຍ ຍາມໃດກໍ່ຖື ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ