ອາຍຸການສະພາແຫ່ງຊາດຊຸດທີ13-ສາມັກຄີ,ພູມປັນຍາແລະປ່ຽນໃຫມ່ຢ່າງແທດຈິງ

ອາຍຸການສະພາແຫ່ງຊາດຊຸດທີ13-ສາມັກຄີ,ພູມປັນຍາແລະປ່ຽນໃຫມ່ຢ່າງແທດຈິງ - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບ: Nhan Sáng/TTXVN)

(vovworld) – ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 -​ ສາມັກຄີ, ​ພູມ​ປັນຍາ​ ແລະ ​ປ່ຽນ​ໃຫມ່​ຢ່າງ​ແທ​ດຈິງ - ນີ້​ແມ່​ນການ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປີວອກ 2016. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ໃຫ້​ຮູ້​ວ່າ: ອາຍຸ​ການ​ສະພາ​ແຫ່ງຊາດ​ຊຸດ​ທີ 13 ​ແມ່ນ​ການ​ສືບ​ທອດ, ​ເຊື່ອມ​ຕໍ່​ຜົນສຳ​ເລັດ, ບົດ​ຮຽນ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ກ່ອນໆ, ດ້ວຍປະຫວັດສາດ​ອັນ​ໃຫຍ່​ຫຼວງ ​ແມ່ນ​ການສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ, ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຫວຽດນາມ. ສ້າງຂີດ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ສະພາ​ແຫ່ງ​ຊາ​ດຊຸດ​ທີ 13 ​ແມ່ນ​ນຳ້​ໃຈ​ສາມັກຄີ, ນັ້ນ​ກໍ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ເຕົ້າ​ໂຮມ, ​ເສີ​ມຂະ​ຫຍາ​ຍພູມ​ປັນຍາ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ.

        ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະກາດ​ໃຊ້​ມະຕິ​ສຳຄັນ​ຫຼາຍ​ສະບັບ, ຕັດສິນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປະ​ເທດ​ຊາດ​ຕາມ​ທິດ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ກ່ຽວ​ກັບ​ທຸກ​ດ້ານ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ວາງ​ອອກ​ບັນດາ​ຄາດໝາຍ​ສຳຄັນ​ເພື່ອ​ເປັນ​ເສົາ​ຄຳ້​ພັດທະນາ. ສະພາ​ແຫ່ງ​ຊາດ​ກໍ​ປະຕິບັດ​ສິດ​ຕິດຕາມ​ກວດກາ​ຂອງ​ຕົນ​ເພື່ອ​ວາງ​ອອກ​ບັນດາ​ຄຳຮຽກຮ້ອງ​ຕໍ່​ລັດຖະບານ, ສຳລັບ​ລະບົບ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ອາຍຸ​ການ​ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​​ແຮງ​ໃນ​ທົ່ວ​ທັງລະ​ບົບ​ກົງຈັກແຫ່ງ​ລັດ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ.

 


ຕອບກັບ

ຂ່າວ/ບົດ​ອື່ນ