ອາດຈະນັບບັດເລືອກຕັ້ງຄືນຢູ່3ລັດສຳຄັນ

ອາດຈະນັບບັດເລືອກຕັ້ງຄືນຢູ່3ລັດສຳຄັນ - ảnh 1
ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງປະ​ທ​າ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຂອງ​ພັກ ປະ​ຊາ​ທິ​ປະ​ໄຕ Hillary Clinton 

(vovworld) – ວັນ​ທີ 26/11, ຄະ​ນະ​ກຳ​ມະ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ດ້​ປະ​ກາດ​ວ່າ ຈະ​ຄິດ​ໄລ່​ຊັ່ງ​ຊາ​ເລື່ອງ​ເຂົ້າ​ຮ່ວມ​ການ​ນັບ​ບັດ​ເລືອກ​​ຕັ້ງ​ໃນ​ວັນ​ທີ 8/11 ຜ່ານ​ມາ​​ຢູ່​ລັດ Wisconsin ຄືນ​ໃໝ່. ຄຳ​ປະ​ກາດ​ຂອງ​ທະ​ນາຍ​ຄວາມ Marc Elias, ​ທີ່ປຶກ​ສ​າ​ດ້ານ​ກົດ​ໝາຍ​ຂອງ​ຄະ​ນະກຳ​ມະ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​​ຂອງ​ທ່ານ​ນາງ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Hillary Clinton, ຊີ້​ແຈ້ງວ່າ: “ຍ້ອນ​ພວກ​ເຮົາ​ບໍ່​ຄົ້ນ​ພົບ​ພະ​ຍານຫຼັກ​ຖານທີ່​ອາດ​ຈະ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ການ​ກະ​ທຳແຊກ​ຊຶມ​ເຂົ້າ​ເຄືອ​ຂ່າ​ຍ​ອີນ​ເຕີ​ເນັດ ຫຼື ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈາກ​ພາຍ​ນອກ​ເພື່ອ​ດັດ​ປັບ​ເຕັກ​ໂນ​ໂລ​ຢີ​ການ​ປ່ອນ​ບັດ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ແຜນ​ການ​ເຮັດ​ວຽກ​ງານນີ້​ເອງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ, ເລື່ອງ​ນັບ​ບັດ​​ຄືນໄດ້​ຖືກ​ສະ​ເໜີ​ຢູ່ Wisconsin ແລະ ພວກ​ຂ້າ​ພະ​ເຈົ້າ​ຄາດ​ວ່າ ຈະ​ເຂົ້າ​ຮ່ວມ​ເພື່ອ​ຮັບ​ປະ​ກັນ​ວິ​ວັດ​ການນີ້​ໄດ້​ປະ​ຕິ​ບັດ​ຕາມ​ທິດ​ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳໃຫ້​ທຸກໆ​ຝ່າຍ.”


ຕອບກັບ

ຂ່າວ/ບົດ​ອື່ນ