ອາດຈະແມ່ນວ່າສປປ.ເກົາຫຼີໄດ້ທົດລອງນິວເຄຼຍຄັ້ງທີ5

ອາດຈະແມ່ນວ່າສປປ.ເກົາຫຼີໄດ້ທົດລອງນິວເຄຼຍຄັ້ງທີ5 - ảnh 1
​ສະ​ຖານ​ທີ່​ທົດ​ລອງ​ນິວ​ເຄຼຍ Punggye-ri
(ພາບ​ປະ​ກອບ: Yonhap/TTXVN)

(vovworld) - ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ບັນ​ດາ​ແຫຼ່ງ​ຂ່າວ​ຈາກ​ລັດ​ຖະ​ບານ​ສ.ເກົາ​ຫຼີ ທີ່​ຖື​ວ່າ ອາດ​ຈະ​ແມ່​ນ​ວ່າ ສ​ປ​ປ.ເກົາ​ຫຼີ ​ໄດ້​ທົ​ດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5 ພາຍ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ມີ​ຄວາມ​ແຮງ 5 ອົງ​ສາ (Richter) ທີ່​ໄດ້​ຮັບ​ການຢັ້ງ​ຢືນ​ໃນ​ຕອນ​ເຊົ້າ​ວັນ​ທີ 09/09 ຢູ່​ເຂດ​ທີ່​ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 4 ເມື່ອ​ເດືອນ 01 ຜ່ານ​ມາ. ໂດຍຄັດ​ຄຳ​ເວົ້າ​ຂອງ​ສະ​ພາເສ​ນາ​ທິ​ການ​ໃຫຍ່​ກຳ​ລັງທະ​ຫານ​ປະ​ສົມສ.ເກົ​າ​ຫຼ​ີ (JCS), ສຳ​ນັກ​ຂ່າວ​ສານ Yonhap ໃຫ້​ຮູ້​ວ່າ, ເຫດ​ແຜ່ນ​ດິນ​ໄຫວ​ໂດຍ​ມະ​ນຸດກໍ່​ຂຶ້ນທີ່​ມີຄວາມ​ແຮງ 5 ອົງ​ສາ (Richter) ໄດ້​​ເກີດ​ຂຶ້ນ​ໃນ​ເວ​ລາ 9 ໂມງ 30 ນາ​ທີ (ຕາມ​ເວ​ລາ​ທ້ອງ​ຖິ່​ນ) ຈາກ Punggye-ri, ເຊິ່ງ​ເປັນ​ສະ​ຖານ​ທີ່​ທົດ​ລອງ​ນິວ​ເຄຼຍ ຕົ້ນ​ຕໍ​ຂອງ​ສປປ.ເກົາ​ຫຼີ. ປະ​ຈຸ​ບັນ​, JCS ພວມ​ໄຈ້​ແຍກ​ເຫດ​ການ​ຢ່າງ​ລະ​ອຽດ.

        ໃນ​ຂະ​ນະ​ນັ້ນ, ອົງ​ການສຳ​ຫຼວດທໍ​ລະ​ນີ​ສາດຂອງ​ອາ​ມ​ລິ​ກາ (USGS)  ກໍ​ຖື​ວ່າ “ອາດ​ຈະເກີດ​ເຫດ​ລະ​ເບີດ” ​ຂຶ້ນ​ຢູ່​ສປ​ປ.ເກົາ​ຫຼີ. ຕາມ USGS ແລ້ວ,​ ເຫດແຜນ​ດິນ​ໄຫວ​ດັ່ງ​ກ່າວ​​ແມ່ນ​ເກີດ​ຂຶ້ນຢູ່​​ເຖິງໜ້າ​ດິນ, ​ຕາມ​ທຳ​ມະ​ດາ​ແມ່ນເກີດ​ຂຶ້ນ​ຢູ່​ໃຕ້​ພື້ນ​ດິນ.

ຂ່າວ/ບົດ​ອື່ນ