ອາທິດເຮັດວຽກທີ 3 ຂອງສະພາແຫ່ງຊາດ


ອາທິດເຮັດວຽກທີ 3 ຂອງສະພາແຫ່ງຊາດ - ảnh 1

(ພາບ:vov)

(vovworld) –​​​​​​​​​ ກ້າວ​ເຂົ້າສູ່​ອາທິດ​ເຮັດ​ວຽກ​ທີ 3 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າວັນ​ທີ 3/11, ສະພາ​ແຫ່ງ​ຊາດ​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ. ​ເລີ່​ມຕົ້ນວາລະ​ປະຊຸມ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ທ່ານ​ດິງຕຽນ​ຢຸງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ອ່ານ​​ໃບ​ຍື່ນ​ສະ​ເໜີກ່ຽວ​ກັບ​ຮ່າງກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ບັນດາກົດໝາຍ ກຳນົດ​ກ່ຽວ​ກັບ​ພາສີ​ອາກອນ; ຮັບ​ຟັງ​ທ່ານ​ຟຸ່ງກວກ​ຫຽນ ຫົວໜ້າ​ກຳມາ​ທິການ​ການ​ເງິນ, ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ ​ສະ​ເໜີ​ບົດ​ລາຍ​ງານ​ກວດ​ກາ​ຮ່າງ​ກົດໝາຍ​ສະບັບ​ນີ້. ຕາມ​ນັ້ນ​ແລ້ວ, ການ​ປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້​ມາດຕາ​ຂອງ​ບັນດາກົດໝາຍ ກຳນົດ​ກ່ຽວ​ກັບ​ພາສີ​ອາກອນປະກາດ​ໃຊ້​ໃນ​ປະຈຸ​ບັນ​ແມ່ນ​ຈຳ​ເປັນ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ ​ແລະ ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ພາສີ, ອາກອນ.

     ກ່ອນ​ໜ້າ​ນັ້ນ ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບ​ປຸງ, ​ເພີ່ມ​ເຕີ່​ມບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​​ແພ່​ງ. ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ສ່ວນ​ຫຼາຍ​ຕີ​ລາຄາ​ວ່າ,​ ພາຍຫຼັງ​ຮັບ​ຄຳ​ເຫັນ​ປະກອບ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ປັບປຸງ​ບາດກ້າວ​ໜຶ່ງ, ສາມາດ​ແກ້​ໄຂ​ຄວາມ​ຕິດ​ຄັດ​ໃນ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້​ຕາມ​ທິດ​ປະຕິ​ຮູບ​ ດ້ານ​ກົດໝາຍ​ໂດຍ​ພື້ນຖານ. ສສຊ ບາງ​ທ່ານ​ສະ​ເໜີ​ວ່າ, ​ເພື່ອ​ຮັບປະກັນ​ຜົນ​ສັກສິດ, ລັກສະນະ​ເຄັ່ງ​ຄັດ​ຂອງ​ກົດໝາຍ, ​ເມື່ອ​ຄຳ​ຕັດສິນ​ລົງ​ໂທດ, ຂໍ້​ຕົກລົງ​ຂອງ​ສານ​ມີ​ຜົນ​ບັງຄັບ​ໃຊ້. ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ​ໃນ​ກໍລະນີ​ຜູ້​ຕ້ອງປະຕິບັດ​ຄຳ​ຕັດສິນ​ຂອງ​ສານບໍ່​ຍອມ​ປະຕິບັດ, ອົງການ​ລັດ​ທີ່​ມີ​ສິດ​ອຳນາດ​ຕ້ອງ​ເປັນ​ເຈົ້າ​ການ​ນຳ​ໃຊ້​ສິດ​ອຳນາດ​ຂອງ​ລັດ ​ເພື່ອ​ຈັດ​ຕັ້ງ​ການປະຕິບັດ​ຄຳ​ຕັດສິນ​ຂອງ​ສານ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ຮັບປະກັນ​ຜົນ​ສັກສິດ ​ແລະ ​ລັກສະນະເຄັ່ງ​ຄັດ​ຂອງ​ຄຳ​ສັ່ງ​ຕັດສິນ​ຂອງ​ສານ.
ຕອນ​ບ່າຍ​ວັນ​ທີ 3/11, ສະພາ​ແຫ່ງ​ຊາດ​ຈັດການ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ກວດກາ​ບັນດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ; ຮ່າງກົດໝາຍ​ວ່າ​ດ້ວຍພັນທະ​ການ​ທະຫານ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສັດຕະວະ​ແພດ.

ຂ່າວ/ບົດ​ອື່ນ