ອາ​ທິດ​ເຮັດ​ວຽກ​ທີ 3 ດ້ວຍຫຼາຍ​ເນື້ອ​ໃນ​ສຳ​ຄັນ​ຂອ​ງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ວາລະຊັກຖາມຈະດຳເນີນແຕ່ວັນທີ 3 – 5 ພະຈິກ. ບັນດາໝວດບັນຫາໂດຍສະພາແຫ່ງຊາດຄັດເລືອກຊັກຖາມແມ່ນ: ຂະແໜງການກໍ່ສ້າງ, ຂະແໜງພາຍໃນ, ຂະແໜງຖະແຫຼງຂ່າວ ແລະ ການສື່ສານ, ຂະແໜງການສືບສວນ. 

ອາທິດເຮັດວຽກທີ 3 (ນັບແຕ່ວັນທີ 31 ຕຸລາ ຫາ ວັນທີ 5 ພະຈິກ) ຂອງກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ XV  ລວມມີຫຼາຍເນື້ອໃນສຳຄັນ ດ້ວຍຈຸດພົ້ນເດັ່ນແມ່ນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຢູ່ສະພາແຫ່ງຊາດ.                 

ວາລະຊັກຖາມຈະດຳເນີນແຕ່ວັນທີ 3 – 5 ພະຈິກ. ບັນດາໝວດບັນຫາໂດຍສະພາແຫ່ງຊາດຄັດເລືອກຊັກຖາມແມ່ນ: ຂະແໜງການກໍ່ສ້າງ, ຂະແໜງພາຍໃນ, ຂະແໜງຖະແຫຼງຂ່າວ ແລະ ການສື່ສານ, ຂະແໜງການສືບສວນ. ທ້າຍວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຮັດໃຫ້ແຈ້ງບາງບັນຫາທີ່ກ່ຽວຂ້ອງ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ບັນດາວາລະຊັກຖາມໄດ້ຖ່າຍທອດສົດຜ່ານໂທລະພາບ ແລະ ວິທະຍຸເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.

ໜຶ່ງໃນບັນດາເນື້ອໃນສຳຄັນຕ່າງໆແມ່ນສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟູນເຟືອຍ ໄລຍະ 2016 – 2021 ແລະ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)...

ຕອບກັບ

ຂ່າວ/ບົດ​ອື່ນ