ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13

ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຊຸດທີ13 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດຊຸດ​ທີ 13)

(vovworld) –  ​ ​ ວັນ​ທີ 23/11, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດຊຸດ​ທີ 13 ກ້າວ​ເຂົ້າ​ອາທິດ​ເຮັດ​ວຽກ​ສຸດ​ທ້າຍ. ​ໃນ​ຕອນ​ເຊົ້າ, ສະພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປົກ​ປ້ອງ, ​ເບິ່ງ​ແຍງດູ​ແລ ​ແລະ ການສຶກສາ​ເດັກນ້ອຍ (ສະບັບ​ປັບປຸງ). ​ໃນ​ຕອນ​ບ່າຍ​ສະພາ​ແຫ່ງ​ຊາດ​​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ນາມ, ​ເຂົ້າ​ຮ່ວມ ​ແລະ ປະຕິບັດສົນທິສັນຍາ​ສາກົນ (ສະບັບ​ປັບປຸງ).

        ກ່ອນ​ໜ້າ​ນັ້ນ ​ໃນ​ອາທິດ​ຜ່ານ​ມາ, ພາຍຫລັງ​ການ​ເຮັດ​ວຽກ​​ເປັນ​ເວລາ 2 ວັນ ​ເຄິ່ງຢ່າງ​ເຂັ້ມ​ງວດ ​ແລະ ມີ​ຄວາມ​ຮັບຜິດຊອບ, ສະພາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ເນື້ອ​ໃນ​ຕິດຕາມ​ກວດກາ, ການຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບເລື່ອງ​ປະຕິບັດ​ບັນດາ​ມະຕິ​ຂອງ​ຂອງ​ສະພາ​ແຫ່ງ​ຊາດ​​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອ​ນ​ໄຫວ​ຊັກ​ຖາມ​ແຕ່​ຕົ້ນ​ອາ​ຍຸ​ການຊຸດ​ທີ 13 ​ເຖິງ​ປີ 2015. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານ, ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ​ຕາມ​ໝວດ​ບັນຫາ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ