ອາ​ນຸ​ລັກ​​ ແລະ ເສີມ​ຂະ​ຫຍາ​ຄຸນ​ຄ່າ​ປູຊະນີຍະສະຖານ​ແຫ່ງ​ຊາດ ພິ​ເສດ Oc-Eo –Ba the ຢູ່​ແຂວງ ອານ​ຢາງ

(VOVWORLD) -ຕອນເຊົ້າວັນທີ 10 ກຸມພາ, ຢູ່ເທດສະບານ Oc-Eo, ເມືອງ ຖ້ວຍເຊີນ, ຄະນະກຳມະການປະຊາຊົນ ແຂວງອານຢາງ ໄດ້ຈັດພິທີປະກາດການວາງແຜນກຳນົດອານຸລັກຮັກສາ, ບູລະນະສອ້ມແປງ, ຟື້ນຟູປູຊະນີຍະສະຖານພິເສດ Oc-Eo - Ba the ແລະ ໄດ້ຮັບຮອງເປັນສິ່ງລ້ຳຄ່າແຫ່ງຊາດ.

ອາ​ນຸ​ລັກ​​ ແລະ ເສີມ​ຂະ​ຫຍາ​ຄຸນ​ຄ່າ​ປູຊະນີຍະສະຖານ​ແຫ່ງ​ຊາດ ພິ​ເສດ Oc-Eo –Ba the  ຢູ່​ແຂວງ ອານ​ຢາງ - ảnh 1ພາບປະກອບ: TTXVN

ປູຊະນີຍະສະຖານແຫ່ງຊາດ ພິເສດ Oc-Eo - Ba the ເນື້ອທີ່ທັງໝົດຂອງການວາງແຜນກຳນົດແມ່ນ 433  ເຮັກຕາ. ເປົ້າໝາຍຂອງການວາງແຜນແມ່ນແນໃສ່ປົກປັກຮັກສາປູຊະນີຍະສະຖານ, ມູນມັງໄດ້ເຜີຍອອກມາ ຂອງ ປູຊະນີຍະສະຖານ ພິເສດ Oc-Eo – Ba the , ອານຸລັກຮກສາ, ບູລະນະ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານແຫ່ງຊາດ ພິເສດ Oc-Eo- Ba the ໃຫ້ກາຍເປັນເຂດຄົ້ນຄວ້າບູຮານຄະດີ, ເພື່ອໃຫ້ຮັບຮູ້ຢ່າງຄົບຖ້ວນ, ເຮັດໃຫ້ຈະແຈ້ງກ່ຽມກັບຄ່າພື້ນຖານສີວິໄລ Oc-Eo ຮຸ່ງເຮືອງທີ່ຍັງຄົງຕົວ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ທ່ອງທ່ຽວ ຂອງເມືອງ ຖ້ວຍເຊີນ ແລະ ແຂວງ ອານຢ່າງ

ຈາກນັ້ນ, ແມ່ນເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວສຳຄັນຂອງ ແຂວງອານຢາງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເພື່ອໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວສະເພາະກ່ຽວກັບປະຫວັດສາດ-ວັດທະນະທຳ, ລະບົບນິເວດແມ່ນ້ຳ, ຊົນນະບົດ, ກະສິກຳ ແລະ ທ່ອງທ່ຽວ ໃນຫົວຂໍ້ຄົ້ນຄວ້າບູຮານຄະດີ Oc-Eo; ຊ່ວຍໃຫ້ທ້ອງຖິ່ນມີທິດທາງການວາງແຜນ, ຂັ້ນຕອນ, ວິທີການແກ້ໄຂສັງລວມໃຫ້ການຄຸມຄຸອງ, ລົງທຶນ, ບູລະນະ, ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານ Oc-Eo – Ba the ໃຫ້ເໝາະສົມກັບແຜນກຳນົດທີ່ອະນຸມັດຜ່ານ ແລະ ບັນດາແຜນກຳນົດຕ່າງໆທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ