ອານເຊຣີ:ຕົວປະກັນລົບໜີ, ກອງທັບບຸກໂຕມຕີ ທາງອາກາດເພື່ອກູເອົາ ຕົວປະກັນ

ອານເຊຣີ:ຕົວປະກັນລົບໜີ, ກອງທັບບຸກໂຕມຕີ ທາງອາກາດເພື່ອກູເອົາ ຕົວປະກັນ - ảnh 1

ໂຮງງານ​​ອາຍ​ແກັດ​ຢູ່​ອານ​ເຊຣີ

ບ່ອນ​ດຳ​ເນີນ​ເຫດການ​ລອບ​ຈັບ​ຕົວ​ປະກັນ

(ພາບ:vnexpress.net)

(vovworld):ວັນ​ທີ 17/1,  ສື່ມວນ​ຊົນ​ອານເຊຣີ ​​ໃຫ້​ຮູ້​ວ່າ, ພົນລະ​ເມືອງ​ປະ​ເທດ​ນີ້ 30 ຄົນ ​ແລະ ຊາວ​ຕ່າງປະ​ເທດ 15 ຄົນ​ທີ່​ຖືກ​ບັນດາ​ມື​ປືນ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ​ຈັບ​ຕົວ​ຂຸມ​ຂັງ​ຢູ່ບໍ່​​ອາຍ​ແກ​ດ​ແຫ່ງ​ໜຶ່ງ​ໃນ​ທາງທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ອານ​ເຊຣີ ​ໄດ້​ລົບໜີ​ອອກ​ຈາກ​ກຸ່ມ​ລອບ​ຈັບ​ຕົວ. ​ໃນ​ຂະນະ​ນັ້ນ, ​ບັນດາເຮືອບິນ​ເອລີກ​ອບ​ແຕຂອງ​ກອງທັບອານ​ເຊຣີ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເຂດບໍ່​ອາຍ​ແກ​ດ In Amenas ຊື່​ງ​ແມ່ນ​ແຫ່ງ​ຂຸມ​ຂັງຕົວ​ປະກັນ​ຊາວ​ຕ່າງປະ​ເທດ 41 ຄົນ​ເຮັດ​ໃຫ້​ບາງ​ຄົນ​ຖືກ​ບາດ​ເຈັບ, ​ໃນ​ນັ້ນມີ​ພົນລະ​ເມືອງ​ຍີ່ປຸ່ນ 2 ຄົນ. ສຳນັກ​ຂ່າວສານ ANI ຂອງ Moritani ​​ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ສະມາຊິກ​ຜູ້​ໜຶ່ງ​ໃນ​ກຸ່ມ​ລອບ​ຈັບ​ຕົວ ​ໂດຍ​ເວົ້າວ່າ: ການ​ບຸກ​ໂຕມຕີ​ທາງ​ອາກາດ​ຂອງ​ກອງທັບ​ໄດ້​ເຮັດ​ໃຫ້​ຕົວ​ປະກັນ 34 ຄົນ ​ແລະ ຜູ້​ລອບ​ຈັບ​ຕົວ 14 ຄົນ​ເສຍ​ຊີວິດ ​ແຕ່​ຂ່າວ​ດັ່ງກ່າວ​ບໍ່​ທັນ​ໄດ້​ຮັບ​ການ​ພິສູດ​ເທື່ອ. ກຸ່ມ​ລອບ​ຈັບ​ຕົວ​ກໍ່​ປະກາດ​ວ່າ​ຈະ​ເຂັ່ນຂ້າ​ບັນດາ​ຕົວ​ປະກັນ​ຖ້າ​ຫາກ​ວ່າ​ກອງ​ທັບ​ອານ​ເຊຣີ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຂົ້າບໍ່​​ອາຍ​ແກ​ດ In Amenas. ​ໃນ​ຂະນະ​ນັ້ນ, ກະຊວງ​ພາຍ​ໃນ​ອານ​ເຊຣີ ປະກາດ​ວ່າ: ​ລັດຖະບານ​ປະ​ເທດ​ນີ້​ຈະ​ບໍ່​ເຈລະຈາ​ກັບ “ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ“.

 

ຂ່າວ/ບົດ​ອື່ນ