ອາບການິດສະຖານ ຈັດຕັ້ງກອງປະຊຸມສັນຕິພາບຄັ້ງໃຫຍ່ສຸດໃນປະຫວັດສາດ

(VOVWORLD) -ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ຖະແຫຼງວ່າ ຕ້ອງສ້າງສັນຕິພາບເພື່ອພັດທະນາເສດຖະກິດ ແລະ ຊ່ວຍປະເທດຫຼຸດຜ່ອນການອາໄສຈາກການອຸປະຖໍາຂອງຕ່າງປະເທດ. 
 ອາບການິດສະຖານ ຈັດຕັ້ງກອງປະຊຸມສັນຕິພາບຄັ້ງໃຫຍ່ສຸດໃນປະຫວັດສາດ - ảnh 1ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ກ່າວຄໍາເຫັນທີ່ພິທີໄຂ (ພາບ: AP)

ວັນທີ 29 ເມສາ, ອາບການິດສະຖານໄດ້ໄຂກອງປະຊຸມສັນຕິພາບທົ່ວປະເທດ ຫຼືເອີ້ນວ່າ ກອງປະຊຸມສະມັດຊາບັນດາກົກເຫຼົ່າ (Loya Jirga) ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່, ນັກການເມືອງ, ຜູ້ມີຍົດສັກຕໍາແໜ່ງທາງສາສະໜາ ແລະ ບັນດາເຈົ້າກົກເຈົ້າເຫຼົ່າໃນທົ່ວປະເທດກວ່າ 3.000 ຄົນ ເພື່ອປຶກສາຫາລືກ່ຽວກັບສົງຄາມໃນປັດຈຸບັນ ກໍຄືບັນດາຄວາມມານະພະຍາຍາມຂອງ ອາເມລິກາ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍສັນຕິພາບກັບ ຂະບວນການສາສະໜາອິດສະລາມ ຕາລີບານ. ເຫດການດັ່ງກ່າວໄດ້ຮັບການຕີລາຄາວ່າ ແມ່ນກອງປະຊຸມກ່ຽວກັບສັນຕິພາບມີຂອບຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຍຸກທັນສະໄໝຂອງ ອາບການິດສະຖານ.

        ກ່າວຄໍາເຫັນໄຂກອງປະຊຸມ ທີ່ແກ່ຍາວເປັນເວລາ 4 ວັນຢູ່ນະຄອນຫຼວງ Kabul, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ຖະແຫຼງວ່າ ຕ້ອງສ້າງສັນຕິພາບເພື່ອພັດທະນາເສດຖະກິດ ແລະ ຊ່ວຍປະເທດຫຼຸດຜ່ອນການອາໄສຈາກການອຸປະຖໍາຂອງຕ່າງປະເທດ. ກອງປະຊຸມດັ່ງກ່າວ ຖືກດໍາເນີນໃນສະພາບການ ທີ່ບັນດາຜູ້ຕາງໜ້າຂອງ ອາເມລິກາ ແລະ ຕາລີບານ ພວມເຈລະຈາກ່ຽວກັບຄວາມອາດສາມາດຖອນບັນດາກໍາລັງຕ່າງປະເທດ ອອກຈາກ ອາບການິດສະຖານ ເພື່ອທົດແທນດ້ວຍຂໍ້ຕົກລົງຢຸດຍິງຍາວນານ ແລະ ຄໍາໝັ້ນສັນຍາຈໍານວນໜຶ່ງຈາກ ຕາລີບານ.


ຕອບກັບ

ຂ່າວ/ບົດ​ອື່ນ