ອາບການິດສະຖານ: ຈໍານວນຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດລົດຢູ່ Kabul ຫຼາຍກວ່າ 90 ຄົນ

(VOVWORLD) -ຜູ້ຖືກຮັບບາດເຈັບສ່ວນຫຼາຍ ແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ 23 ຄົນ

 ວົງການເຈົ້າໜ້າທີ່ ອາບການິດສະຖານ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະ ໄດ້ຮັບບາດເຈັບ 90 ຄົນ ໃນເຫດວາງລະເບີດລົດ ຢູ່ໃກ້ເຂດທູຕານຸທູດ ຢູ່ທາງທິດຕາເວັນອອກນະຄອນ Kabul  ໃນວັນທີ 14 ມັງກອນ. ເຈົ້າໜ້າທີ່ຮັບຜິດຊອບດ້ານປ້ອງກັນຄວາມສະຫງົບຂອງລັດຖະບານອາບການິດສະຖານໃຫ້ຮູ້ວ່າ ເຫດລະເບີດເກີດຂຶ້ນຢູ່ຖະໜົນ Jalalabad ທາງທິດຕາເວັນອອກ Kabul, ໃກ້ກັບເຂດບ້ານຂຽວ ແມ່ນບ່ອນທີ່ມີບໍລິສັດຫຼາຍແຫ່ງ ແລະ ອົງການຈັດຕັ້ງສາກົນຫຼາຍແຫ່ງຕັ້ງຢູ່ນີ້. ເຫດລະເບີດໄດ້ມ້າງເພທໍາລາຍຢ່າງໜ້ອຍສຸດ 03 ປ້ອມກວດກາ, ໃນຂະນະບັນດາຕຶກອາຄານຂອງພົນລະເມືອງທີ່ຢູ່ໃກ້ໆນັ້ນ ລ້ວນແຕ່ຖືກເປເພຢ່າງຮ້າຍແຮງ. ພະນັກງານປ້ອງກັນຫຼາຍຄົນ ທີ່ຢູ່ອ້ອມແອ້ມບໍລິເວນຄວບຄຸມບ້ານຂຽວ ຖືກຮັບບາດເຈັບຢ່າງສາຫັດ. ເຖິງຢ່າງໃດກໍຕາມ, ຕາມທ່ານ Najib Danish ໂຄສົກຂອງກະຊວງພາຍໃນອາບການິດສະຖານແລ້ວ, ຜູ້ຖືກຮັບບາດເຈັບສ່ວນຫຼາຍ ແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ 23 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ