ອາບ​ກາ​ນິ​ດ​ສະ​ຖານ: ບັນ​ດາ​ບຸກ​ຄົນ​ທີ່ຫຼັກ​ແຫຼ່ງ​ໃນ​ລັດ​ຖະ​ບານ​ໃໝ່ ໄດ້​ມີ​ໜ້າ​ຢູ່ Kabul

(VOVWORLD) -ຕາມແຫຼ່ງຂ່າວຕ່າງໆແລ້ວ, ຄາດວ່າ ລັດຖະບານ ຈະລວມມີ 25 ກະຊວງ ແລະ ໜຶ່ງສະພາໃຫ້ຄຳປຶກສາ ໂດຍລວມມີນັກຮຽນຮູ້ອິດສະລາມ 12 ທ່ານ.
ອາບ​ກາ​ນິ​ດ​ສະ​ຖານ: ບັນ​ດາ​ບຸກ​ຄົນ​ທີ່ຫຼັກ​ແຫຼ່ງ​ໃນ​ລັດ​ຖະ​ບານ​ໃໝ່ ໄດ້​ມີ​ໜ້າ​ຢູ່ Kabul - ảnh 1ທ່ານ Baradar ການນຳຂັ້ນສູງ ຕາລີບານ  (ຜູ້ຢູ່ໃຈກາງ) (ພາບ: REUTERS/TTXVN)

ມີບາງບຸກຄົນທີ່ໄດ້ຮັບຖືວ່າ ຈະດຳລົງບົດບາດຫຼັກແຫຼ່ງໃນອຳນາດການປົກຄອງໃໝ່ຂອງ ອາບການິດສະຖານ ໄດ້ມາຮອດ Kabul ໃນສະພາບການປະກາດສະມາຊິກລັດຖະບານພວມໄດ້ຮັບການກະກຽມຂັ້ນຕອນສຸດທ້າຍ. ວັນທີ 3 ສິງຫາ, ສຳນັກຂ່າວສານ Reuters  ໄດ້ຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ໃນກຳລັງ ຕາລີບານ ໂດຍໃຫ້ຮູ້ວ່າ ທ່ານ Baradar, ຜູ້ນຳຝ່າຍການເມືອງ ຕາລີບານ ຈະແມ່ນຜູ້ນຳໜ້າລັດຖະບານໃໝ່, ສ່ວນທ່ານ Haibatullah Akhundzada ຜູ້ນຳສູງສຸດທາງສາສະໜາຂອງ ຕາລີບານ ຈະຮັບຜິດຊອບບັນດາບັນຫາສາສະໜາ ແລະ ບໍລິຫານໃນຂອບເຂດສາສະໜາ ອິດສະລາມ. ຕາມແຫຼ່ງຂ່າວຕ່າງໆແລ້ວ, ຄາດວ່າ ລັດຖະບານ ຈະລວມມີ 25 ກະຊວງ ແລະ ໜຶ່ງສະພາໃຫ້ຄຳປຶກສາ ໂດຍລວມມີນັກຮຽນຮູ້ອິດສະລາມ 12 ທ່ານ.

        ປະຊາຄົມສາກົນ ພວມໃຫ້ຄວາມສົນໃຈຕໍ່ ເລື່ອງ ຕາລີບານ ຈະປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບກົນໄກການນຳໃໝ່ຄືແນວໃດ. ສະຫະພາບເອີຣົບ (ອີຢູ) ຖະແຫຼງວ່າ ພ້ອມແລ້ວທີ່ຈະເຮັດວຽກກັບລັດຖະບານໃໝ່ ຢູ່ Kabul, ແຕ່ລະດັບການຮ່ວມມືແມ່ນຂຶ້ນກັບ “ເຈດຕະນາດີຂອງ ຕາລີບານ ໃນການຕອບສະໜອງເງື່ອນໄຂຈຳນວນໜຶ່ງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ