ອາບ​ກາ​ນິດ​ສະ​ຖານ ບໍ່​ມີ​ຜູ້​ຕາງ​ໜ້າ​ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76

(VOVWORLD) -ໃນອາທິດກ່ອນ, ທ່ານ Amir Khan Muttaqi ລັດຖະມົນຕີການຕ່າງປະເທດ ຂອງ ອຳນາດການປົກຄອງ ຕາລີບານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ໄດ້ກ່າວຄຳເຫັນຢູ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ແລະ ສະເໜີທ່ານ Suhail Shaheen ໂຄສົກຫ້ອງວ່າການທາງການເມືອງ ຕາລີບານ ຢູ່ Doha ດຳລົງຕຳແໜ່ງເອກອັກຄະລັດຖະທູດ ອາບການິດສະຖານ ປະຈຳ ສປຊ. 
ອາບ​ກາ​ນິດ​ສະ​ຖານ ບໍ່​ມີ​ຜູ້​ຕາງ​ໜ້າ​ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76 - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: THX/TTXVN)

ອາບການິດສະຖານ ຈະບໍ່ມີຜູ້ຕາງໜ້າກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76 ພາຍຫຼັງທ່ານ Ghulam Isaczai ເອກອັກຄະລັດຖະທູດ ຂອງອຳນາດການປົກຄອງຊຸດເກົ່າຂອງ ອາບການິດສະຖານ ປະຈຳ ສປຊ, ຕັດສິນໃຈຖອນຕົວໃນວັນທີ 26 ກັນຍາ. ຕາມແຜນການເບື້ອງຕົ້ນແລ້ວ, ທ່ານ Ghulam Isaczai ຈະມີບົດກ່າວປາໄສຢູ່ກອງປະຊຸມທີ່ໄດ້ຈັດຂຶ້ນໃນ 27 ກັນຍາ, ແຕ່ໄດ້ປະກາດຖອນຕົວກ່ອນໜ້ານັ້ນ 1 ວັນ. ທ່ານ Ghulam Isaczai ໄດ້ຍົກອອກຄຳຕັດສິນດັ່ງກ່າວ ໃນສະພາບການທີ່ມີການໂຕ້ຖຽງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງຜູ້ຕາງໜ້າຂອງ ອາບການິດສະຖານຢູ່ ສປຊ ພາຍຫຼັງ ຕາລີບານ ຍາດເອົາຄຸ້ມຄອງ ປະເທດນີ້ ໃນເດືອນກ່ອນ.

ໃນອາທິດກ່ອນ, ທ່ານ Amir Khan Muttaqi ລັດຖະມົນຕີການຕ່າງປະເທດ ຂອງ ອຳນາດການປົກຄອງ ຕາລີບານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ໄດ້ກ່າວຄຳເຫັນຢູ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ແລະ ສະເໜີທ່ານ Suhail Shaheen ໂຄສົກຫ້ອງວ່າການທາງການເມືອງ ຕາລີບານ ຢູ່ Doha ດຳລົງຕຳແໜ່ງເອກອັກຄະລັດຖະທູດ ອາບການິດສະຖານ ປະຈຳ ສປຊ. ໃນຂະນະນັ້ນ, ທ່ານ Ghulam Isaczai ປັດຈຸບັນພວມແມ່ນ ເອກອັກຄະລັດຖະທູດ ອາບການິດສະຖານປະຈຳ ສປຊ ກໍ່ຮຽກຮ້ອງໃຫ້ ສປຊ ຕໍ່ກຳນົດເວລາໃບຢັ້ງຢືນສິດຮັກສາການຜູ້ຕາງໜ້າຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ