ອາບການິດສະຖານ ຮຽກຮ້ອງ NATO ຈົ່ງມອບໂອນສິດຄວບຄຸມຄວາມສະຫງົບປອດໄພໂດຍໄວ

ອາບການິດສະຖານ ຮຽກຮ້ອງ NATO ຈົ່ງມອບໂອນສິດຄວບຄຸມຄວາມສະຫງົບປອດໄພໂດຍໄວ - ảnh 1
( ພາບປະກອບຈາກ BBC )

( vovworld ) –   ​ໃນ​ສະພາບ​ການ​ທີ່​ຫາ​ກໍ່​ເກີດ​ເຫດ​ອະນາ​ຈານ​ກ່ຽວຂ້ອງ​ເຖິງ​ທະຫານ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນິດ​ສະຖານ,​ ວັນ​ທີ 19/4, ທ່ານ​ປະທານາທິບໍດີອາບ​ກາ​ນິດສະຖານ Hamid Karzai ​ໄດ້​ຮຽກຮ້ອງ​ກຳລັງ​ຕ່າງປະ​ເທດ​ໂດຍ NATO ນຳ​ໜ້າມອບ​​ໂອນບັນດາ​ສິດຄວບ​ຄຸມຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ບັນດາ​ກຳລັງອາບ​ກາ​ນິດສະຖານ​ໂດ​ຍ​ໄວ. ​ໃນ​ຄຳ​ຖະ​ແຫຼ​ງຈາກ​ຫ້ອງ​ວ່າການ​ປະທານາທິບໍດີ, ທ່ານ Karzai ​ໄດ້​ເນັ້ນ​ໜັກ​ວ່າ ວິທີ​ໜື່ງດຽວ​ເພື່ອ​ຢຸດຕິ​ບັນດາ​ເຫດ​ອະນາ​ຈານແມ່ນຕ້ອງ​ປະຕິບັດ​ການມອບ​ໂອນບັນດາ​ໜ້າ​ທີ່​ຮັບຜິດຊອບຄວາມ​ສະຫງົບ​ປອດ​ໄພ“ ຮອບດ້ານ, ວ່ອງ​ໄວ ”​ ໃຫ້​ແກ່ບັນດາ​ກຳລັງຂອງ​ອາບ​ກາ​ນິດສະຖານ.  ​ເຫດ​ອານາ​ຈານ​ທີ່​ເສື່ອ​ມ​ເສຍໃໝ່ຫຼ້າ​ສຸດ​ແມ່ນ​ຮູບ​ຖ່າຍ​ທະຫານ​ອາ​ເມ​ລິ​ກາ ​ແອັກທ່າ​​ຢູ່​ຂ້າງ​ສົບ​ເຊິ່ງຖື​ວ່າ​ແມ່ນ​ບັນດາ​ພວກ​ວາງ​ລະ​ເບີດ​ສະຫຼະ​ຊີບຊາວອາບ​ກາ​ນິດສະຖານ ​ເມື່ອ​ປີ 2010. ບັນດາ​ຮູບ​ຖ່າຍ​ດັ່ງກ່າວ​ຖືກ​ລົງພິມ​ໃນ​ໝັງ​ສື​ພິມ “ Los Angeles Times ” ຂອງ​ອາ​ເມ​ລິ​ກາ​ ສະບັບອອກ​ວັນ​ທີ 18/4 ປີ 2012. ທ່ານ​ປະທານ​ນາ​ທິບໍດີ Karzai ​ໄດ້​ຕຳ​ນິຕິຕຽນວ່າ ນີ້​ແມ່ນ​ການ​ກະທຳ​ທີ່​​ເປັນ​ບາບກຳ ​ແລະ ​ເກາະ​ຜິດ, ພ້​ອມກັນ​ນັ້ນກໍ່​ໃສ່​ໃຈ​ວ່າບັນດາ​ເຫດ​ການ​ຄື​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ພາ​ໃຫ້​ເກີດປະຕິກິລິຍາ​ຕອບ​ໂຕ້​ຢ່າງຮຸນ​ແຮງ​ຈາກປະຊາຊົນອາບ​ກາ​ນິດສະຖານ.

ຂ່າວ/ບົດ​ອື່ນ