ອາບ​ກາ​ນິດ​ສະ​ຖານ​ຕົກ​ລົງ​ປ່ອຍຕົວ​ຊະເລີຍເສິກຕາ​ລີ​ບານ 400 ຄົນ

(VOVWORLD) -ວັນທີ 9 ສິງຫາ, ສະພາສັນຕິພາບ Kabul ໄດ້ປະກາດວ່າ ລັດຖະບານ ອາບການິດສະຖານ ແລະ ກຳລັງຕາລີບານ ພວມຫຍັບເຂົ້າໃກ້ກັບບັນດາການເຈລະຈາສັນຕິພາບ, ພາຍຫຼັງ ສະມັດຊາໃຫຍ່ບັນດາເຜົ່າ ( Loya Jirga) ໄດ້ເຫັນດີຈະປ່ອຍຕົວ ຊະເລີຍເສິກ ຕາລີບານ ນັບຮ້ອຍຄົນ.
ອາບ​ກາ​ນິດ​ສະ​ຖານ​ຕົກ​ລົງ​ປ່ອຍຕົວ​ຊະເລີຍເສິກຕາ​ລີ​ບານ 400 ຄົນ - ảnh 1ຊະເລີຍເສີກຕາລີບານໄດ້ຮັບການປ່ອຍຕົວຢູ່ອາບການິດສະຖານ (ພາບ: AFP/TTXVN) 

        ພາຍຫຼັງໂຮມປະຊຸມຢູ່ນະຄອນ Kabul ມາເປັນເວລາ 3 ວັນ ໂດຍມີການເຂົ້າຮ່ວມຂອງບັນດານັກການເມືອງ, ບັນດາເຈົ້າກົກເຈົ້າເຫຼົ່າ ອາບການິດສະຖານ, ສະມັດຊາໃຫຍ່ Loya Jirga ໄດ້ຊີ້ແຈ້ງວ່າ ເພື່ອລົບລ້າງຮົ້ວກີດຂວາງ, ອະນຸຍາດໃຫ້ເລີ່ມຕົ້ນວິວັດທະນາການແຫ່ງການເຈລະຈາສັນຕິພາບ, ຢຸດຕິການປະທະກັນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ກອງປະຊຸມ ໄດ້ຕັດສິນປ່ອຍມືປືນ 44 ຄົນທີ່ນອນໃນບັນຊີລາຍຊື່ທີ່ມີຄວາມວິຕົກກັງວົນເປັນພິເສດຂອງອາເມລິກາ ແລະ ບັນດາປະເທດຕ່າງໆ ເຊິ່ງກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີທີ່ຮ້າຍແຮງ.

        ການເຈລະຈາລະຫວ່າງບັນດາຝ່າຍເປັນປໍລະປັກກັນຢູ່ອາບການິດສະຖານຄາດວ່າຈະຈັດຂຶ້ນຢູ່ ໂດຮາ (ປະເທດກາຕາ) ໃນທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ