ອາບການິດສະຖານໂຈະປະກາດໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີ

(VOVWORLD) -ວັນທີ 19 ຕຸລາ, ເຈົ້າໜ້າທີ່ທ່ານໜຶ່ງຂອງອາບການິດສະຖານ ໃຫ້ຮູ້ວ່າ, ໄດ້ໂຈະແຜນການປະກາດໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີເມື່ອເດືອນ ກັນຍາ ຢູ່ປະເທດອາຊີໃຕ້ນີ້.
ອາບການິດສະຖານໂຈະປະກາດໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີ - ảnh 1(ພາບປະກອບ: AFP/TTXVN)

ຕາມ ທ່ານ Aziz Ibrahimi, ໂຄສົກຂອງຄະນະກຳມະການເລືອກຕັ້ງເອກະລາດອາບການິດສະຖານ, ບັນດາສາຍເຫດທີ່ພາໄປການຕັດສິນໃຈໂຈະການປະກາດລວມມີບັນດາບັນຫາກ່ຽວກັບລັກສະນະກະຈ່າງແຈ້ງຂອງວິວັດທະນາການ, ສະພາບການຊັກຊ້າໃນວຽກງານມອບສົ່ງບັດເລືອກຕັ້ງ ແລະ ສົ່ງຂໍ້ມູນຈາກລະບົບ scan ລາຍມືເຂົ້າເຊີເວີ.

        ທ່ານ Aziz Ibrahimi ເນັ້ນໜັກວ່າ, ຄວາມມານະພະຍາຍາມຟື້ນຟູຄວາມໄວ້ເນື້ອເຊື່ອໃຈຕໍ່ວິວັດທະນາການເລືອກຕັ້ງແມ່ນມີຄວາມສຳຄັນພິເສດ ແລະ ຕ້ອງໃຊ້ເວລາຕື່ມອີກເພື່ອປັບປຸງວິວັດທະນາການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ