ອາບການນີສະຖານຢາກຮ່ວມມືກັບ ປາກີສະຖານໃນການຕ້ານກໍ່ການຮ້າຍ

ອາບການນີສະຖານຢາກຮ່ວມມືກັບ ປາກີສະຖານໃນການຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະທານາທິບໍດີ ອາບ​ການ​ນີສະຖານ​ Hamid Karzai

(ພາບ:giaoduc.net.vn)

(vovworld) -  ​ລັດທິ​ກໍ່​ການ​ຮ້າຍ​ແມ່ນສັນ​ຕູ​ໂຕ​ດຽວ​ຂອງອາບ​ການ​ນີສະຖານ​ ​ແລະ ປາ​ກີ​ສະຖານ ​ແລະ ອຳນດາ​ການ​ປົກຄອງ​ກາ​ບຸນ ປາດ​ຖະໜາວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ໃນ​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍຈາກ​ອິດສະ​ລາມາ​ບາດ. ທ່ານ​ປະທານາທິບໍດີ ອາບ​ການ​ນີສະຖານ​ Hamid Karzai ​ໄດ້​ປະກາດ​ຄື​ດັ່ງກ່າວ​ເມື່ອ​ວັນ​ທີ 4/3 ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ Anders Fogh Rasmussen ​ເລຂາທິການ​ໃຫ່ຍອົງການ​ນາ​ໂຕ ຊື່​ງພວມ​ຢູ່​ຢ້ຽມຢາມ​ປະ​ເທດ​ນີ້. ຕາມທ່ານ​ປະທານາທິບໍດີ ອາບ​ການ​ນີສະຖານ​ Hamid Karzai ​ແລ້ວ, ປາ​ກີ​ສະຖານ ກໍ່​ພວມ​​ຮັບມື​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ລັດທິ​ກໍ່​ການ​ຮ້າຍ, ພົ້ນ​ເດັ່ນ​ແມ່ນ​ການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ​ຢູ່ Quetta ​ແລະ Karachi. ສ່ວນ​ທ່ານ Rasmussen ຜູ້ນຳ​ອົງການ​ນາ​ໂຕຢືນຢັນ​ຈະ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ອາກາ​ນີສະຖານ ຫຼັງ​ປີ 2014 ຂະນະ​ທີ່​ບັນດາ​ກຳລັງ​ຂອງ​ນາ​ໂຕ ຖອນ​ອອກ​ຈາກ​ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ນີ້​ໃນ​ປີ 2014. ຄຽງ​ຄູ່​ກັນນັ້ນ, ທ່ານ Rasmussen ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ອາບ​ການີສະຖານ ຕ້ອງ​ຮັບປະກັນ​ລັກສະນະ​ຈະ​ແຈ້ງ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ 2014 ຍ້ອນ​ວ່າ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ອາບ​ກາ​ນີສະຖານ ​ເລືອກ​ເຟັ້ນອະນາຄົດ​ຂອງ​ຕົນ.

 

ຂ່າວ/ບົດ​ອື່ນ