ອາບການິສະຖານ ຈັດການແຫ່ຂະບວນ ປະທ້ວງຄັ້ງໃຫຍ່ເພື່ອຂັດຄ້ານ NATO

ອາບການິສະຖານ ຈັດການແຫ່ຂະບວນ ປະທ້ວງຄັ້ງໃຫຍ່ເພື່ອຂັດຄ້ານ NATO - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 1/5, ປະຊາຊົນອາບ​ກາ​ນິສະຖານ​ ນັບ​ຮ້ອຍ​ຄົນ​ໄດ້​ລົງ​ຖະໜົນ​ເພື່ອ​ຂັດ​ຄ້ານ​ກຳ​ລັງ​ໜູນ​ຊ່ວຍ​ຄວາມ​ໝັ້ນຄົງ​ສາກົນ​ຢູ່ອາບ​ກາ​ນິສະຖານ ( ISAF ) ​ໂດຍ NATO ນຳ​ໜ້າ, ຖື​ວ່າ​ກຳ​ລັງ​ດັ່ງ​ກ່າວ​ໄດ້​​ເຂັ່ນຂ້າເດັກ​ນ້ອຍອາບ​ກາ​ນິສະຖານ ​4 ຄົນໃນ​ການ​ປະ​ທະ​ກັນກັບ​ທະຫານ​ກະບົດຕາ​ລີ​ບານ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ນຳ​​ເອົາສົບ​ຂອງ​ເດັກ​ນ້ອຍ 4 ຄົນ ( ມີອາຍຸ​ແຕ່ 8 – 12 ປີ ), ​ໄປ​ພ້ອມ ແລະ  ​ຮ້ອງໂຮຄຳ​ຂວັນຕ້ານ​ອາ​ເມ​ລິ​ກາ. ປະຈຸ​ບັນ, ISAF ຍັງ​ບໍ​ທັນ​ຍົກ​ອອກຄຳວິຈານ​​ທາງ​ການ​ໃດໆ, ​ແຕ່​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້​​ເວົ້າ​ວ່າ ການ​ປະ​ທະ​ກັນ​ເກີດ​ຂຶ້ນຍ້ອນ​ກຳລັງ​ທະຫານ​ກະບົດ​ຕາ​ລີ​ບານ ​ເປີດ​ສາກກ່ອນ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຖື​ວ່າ ລູກ​ຫຼານຂອງ​ເຂົ້າ​ເຈົ້າ​​ເສຍ​ຊີວິດ ​ແລະ ຖືກບາດ​ເຈັບ​​ແມ່ນ​ຍ້ອນກຳລັງ ISAF ກໍ​ຂຶ້ນ.

ຂ່າວ/ບົດ​ອື່ນ