ອາບການິສະຖານດັບສູນພວກກະບົດ20ຄົນທີ່ມີສ່ວນກ່ຽວຂ້ອງເຖິງIS

(VOVWORLD) -ວັນທີ 6 ມັງກອນ, ມີພວກກະບົດຢ່າງຫນ້ອຍສຸດ 20 ຄົນ ທີ່ມີສ່ວນກ່ຽວຂ້ອງເຖິງອົງການກໍ່ການຮ້າຍ IS ຖືກດັບສູນໃນເຫດບຸກໂຈມຕີທາງອາກາດ ຢູ່ ເມືອງ Alingar ຂຶ້ນກັບແຂວງ Laghman ພາກຕາເວັນອອກ ອາບການິສະຖານ.

ອາບການິສະຖານດັບສູນພວກກະບົດ20ຄົນທີ່ມີສ່ວນກ່ຽວຂ້ອງເຖິງIS - ảnh 1 ກຳລັງປ້ອງກັນຄວາມສະຫງົບອາບການິສະຖານ

ພາບ:vietnam+

ກອງທັບ ອາບການິສະຖານ ໄດ້ປະກາດວ່າ ໃນຈຳນວນບັນດາມືປືນຖືກດັບສູນນັ້ນ ມີ 2 ຄົນແມ່ນຜູ້ບັນຊາຂອງ IS. ກອງທັບ ອາບການິສະຖານ ກໍ່ໃຫ້ຮູ້ວ່າ: ບໍ່ມີສາມັນຊົນຄົນໃດຖືກລົ້ມຫາຍຕາຍຈາກໃນເຫດບຸກໂຕມຕີທາງອາກາດດັ່ງກ່າວ. ບັນດາກຳລັງກະບົດມີອາວຸດ ຕ້ານລັດຖະບານ ແລະ IS ບໍ່ມີຄຳວິຈານໃດກ່ຽວກັບຂ່າວຄາວດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ