ອາບການີສະຖານມອບຈົດໝາຍ ທາງການຄັດຄ້ານປາກີສະຖານ ພາຍຫຼັງເຫດການຍິງກັນ ຢູ່ເຂດຊາຍແດນ

ອາບການີສະຖານມອບຈົດໝາຍ ທາງການຄັດຄ້ານປາກີສະຖານ ພາຍຫຼັງເຫດການຍິງກັນ ຢູ່ເຂດຊາຍແດນ - ảnh 1

(ພາບ: vietnamplus.vn)

(vovworld)-​ວັນ​ທີ 6/5 ອາບກາ​ນີສະຖານ ​ໄດ້​ຮຽກຕົວ​ອຸປະ​ທູດ​ຊົ່ວ​ຄາວ​ປາ​ກີ​ສະຖານ Shah Nazar Afridi ມາ​ເພື່ອ​ມອບ​ຈົດ​ໝາຍ​ທາງ​ການ​ຄັດຄ້ານ “ການ​ບຸກ​ໂຈມ​ຕີ​ໄຮ້​ເຫດຜົນ“ ​ແນ່​ໃສ່​ກອງກຳລັງ​ຂອງ​ປະ​ເທດ​ນີ້​ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ເມື່ອ​ຕອນ​​ເຊົ້າຂອງ​ວັນ​ດຽວ​ກັນ. ນີ້​ແມ່ນ​ການ​ປະ​ທະ​ກັນ​ຄັ້ງທີ 2 ລະຫວ່າງ​ທະຫານ​ປາ​ກີ​ສະຖານ ​ແລະ ອາບ​ການ​ນີສະຖານ ພາຍ​ໃນ​ເວລາ​ພຽງ 1 ອາທິດ​ຜ່ານ​ມາ. ວົງ​ການ​ເຈົ້າໜ້າ​ທີ່​ອາບ​ການ​ນີສະຖານ ​ໃຫ້​ຮູ້​ວ່າ: ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ທະຫານ​ປາ​ກີ​ສະຖານ ຊອກ​ຫາ​ວິທີ​ບູລະນະ​ດ່ານ​ແຫ່ງ​ໜຶ່ງທີ່​ຖືກ​ທຳລາຍ​ໃນ​ການ​ປະ​ທະ​ກັນ​ເມື່ອວັນ​ທີ 1/5 ທີ່​ຜ່ານ​ມາ ​ໃນ​ເຂດ​ຊາຍ​ແດນ​ຢູ່​ເມືອງ Goshta ຂອງ​ອາບ​ການ​ນີສະຖານ. ຝ່າຍ​ກາ​ບຸນ ຖືວ່າກິດຈະກຳ​ດັ່ງກ່າວນອນ​ໃນ​ເຂດ​ດິນ​ແດນ​ປະ​ເທດ​ນີ້. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ຝ່າຍ​ປາ​ກີ​ສະຖານ​ຖື​ວ່າ, ບັນດາ​ນັກຮົບ​ອາບ​ການ​ນີສະຖານ ​ໄດ້​ຍິງ​ປືນ​ກ່ອນ ​ແລະ ທະຫານ​ປະ​ເທດ​ນີ້ ​ໄດ້​ມີ​ການ​ກະທຳ​ໂຕ້​ຕອບ​ຄືນ.

 

 

ຂ່າວ/ບົດ​ອື່ນ