ອາບຟຣີກາ ເຊື່ອໝັ້ນວິວັດການສັນຕິພາບໂດຍຄະນະປະຕິບັດງານ ອາບຟຣີກາ ຊຸກຍູ້ຢູ່ ຢູແກຼນ

(VOVWORLD) - ຫລຸດຜ່ອນຄວາມເຄັ່ງຕຶງຂອງການປະທະກັນ; ປ່ອຍຕົວໃຫ້ບັນດາຊະເລີຍເສິກ ແລະ ເດັກນ້ອຍໃຫ້ເປັນອິດສະຫຼະ, ເຄົາລົບນັບຖືຫຼັກການຂອງກົດບັດ ສປຊ ກ່ຽວກັບອະທິປະໄຕ...
ອາບຟຣີກາ ເຊື່ອໝັ້ນວິວັດການສັນຕິພາບໂດຍຄະນະປະຕິບັດງານ ອາບຟຣີກາ ຊຸກຍູ້ຢູ່ ຢູແກຼນ - ảnh 1ການເຈລະຈາລະຫວ່າງ ຄະນະປະຕິບັດງານ ອາບຟຣີກາ ແລະ ການນຳລັດເຊຍ
(ພາບ: AFP/TTXVN)

  ວັນທີ 18 ມິຖຸນາ, ຫ້ອງວ່າການສຳນັກງານປະທານາທິບໍດີ ອາບຟຣີກາ Cyril Ramaphosa ໃຫ້ຮູ້ວ່າ: ການຢ້ຽມຢາມຂອງຄະນະປະຕິບັດງານສັນຕິພາບ ອາບຟຣີກາ ໄປຍັງ ລັດເຊຍ ແລະ ຢູແກຼນ ໄດ້ເປີດຊ່ອງທາງໃຫ້ແກ່ການຊຸກຍູ້ການແກ້ໄຂສັນຕິພາບຂອງການປະທະກັນລະຫວ່າງລັດເຊຍ - ຢູແກຼນ.

        ຕາມຖະແຫຼງການແລ້ວ, ຄະນະປະຕິບັດງານ ອາບຟຣີກາ ໄດ້ຍົກອອກບາງປັດໄຈທີ່ ແທດຈິງ ເພື່ອຊ່ວຍໃຫ້ລັດເຊຍ ແລະ ຢູແກຼນ ບັນລຸສັນຕິພາບຄື: ຫລຸດຜ່ອນຄວາມເຄັ່ງຕຶງຂອງການປະທະກັນ; ປ່ອຍຕົວໃຫ້ບັນດາຊະເລີຍເສິກ ແລະ ເດັກນ້ອຍໃຫ້ເປັນອິດສະຫຼະ, ເຄົາລົບນັບຖືຫຼັກການຂອງກົດບັດ ສປຊ ກ່ຽວກັບອະທິປະໄຕ; ໜູນຊ່ວຍມະນຸດສະທຳ ແລະ ສ້າງສາປະເທດຄືນໃໝ່ຫຼັງສົງຄາມ.

        ຄະນະປະຕິບັດງານສັນຕິພາບຂອງບັນດາການນຳ ອາບຟຣີກາ ເຊິ່ງລວມມີ: ປະທານາທິບໍດີ ບັນດາປະເທດ Comoros, ອາບຟຣີກາ ໃຕ້, Senegal, Zambia, ນາຍົກລັດຖະມົນຕີ ອີຢິບ, ທູດພິເສດຂອງ ປະທານາທິບໍດີ Congo ແລະ ທູດພິເສດຂອງປະທານາທິບໍດີ Uganda.

ຕອບກັບ

ຂ່າວ/ບົດ​ອື່ນ