ອາຝະຣິກກາມຸ່ງໄປເຖິງສ້າງຕັ້ງການຕະຫຼາດລວມ

ອາຝະຣິກກາມຸ່ງໄປເຖິງສ້າງຕັ້ງການຕະຫຼາດລວມ - ảnh 1
(ພາບປະກອບ)

(vovworld) – ​​​ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສັງກັດ 3 ກຸ່ມ​ເສດຖະກິດ​ຢູ່ອາ​ຝະຣິກກາ, ປະກອບ​ດ້ວຍ: ປະຊາ​ຄົມອາ​ຝະຣິກກາ​ຕາ​ເວັນ​ອອກ, ປະຊາ​ຄົມພັດທະນາພາກ​ໃຕ້ອາ​ຝະຣິກກາ ​ແລະ ກຸ່ມ​ຕະຫຼາດ​ລວມອາ​ຝະຣິກກາຕາ​ເວັນ​ອອກ ​ແລະ ອາ​ຝະຣິກກາ​ໃຕ້​ (EAC, SADC ​ແລະ COMESA), ​​ໄດ້ໂຮມ​ປະຊຸມ​ຢູ່ປະ​ເທດ​ອິຢີບ ​ເພື່ອ​ເຈລະຈາ​ກ່ຽວ​ກັບ​ລະບົບ​ການ​ຄ້າ​ເອກະ​ພາບ​ແນໃສ່ມຸ່ງ​ໄປ​ເຖິງ​ສ້າງ​ຕັ້ງ​ຕະຫຼາດ​ລວມຢູ່​ທະວີບນີ້. ກອງ​ປະ​ຊຸມ​​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/6 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍ​ອດ 3 ກຸ່ມ​ດັ່ງກ່າວ​ແຕ່​ວັນ​ທີ 7 – 10/6 ຢູ່ EL-Sheikh, ປະ​ເທດອິຢີບ. ຄາດ​ຄະ​ເນ​ວ່າ ບັນດາ​ການ​ນຳ​ຂອງ 26 ປະ​ເທດ​ສະມາ​ຊິກ 3 ກຸ່ມດັ່ງກ່າວ ຈະ​ເຊັນ​ສັນຍາ​​ເຂດ​ການ​ຄ້າ​ເສລີ 3 ຝ່າຍ (TFTA) ​ໃນ​ວັນ​ທີ 10/6. ສັນຍາ​ສະບັບ​ນີ້ ຈະ​ສ້າງ​ຕະຫຼາດ​ທີ່ມີປະຊາກອນ 625 ລ້ານຄົນ ​ແລະ ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ກ່ວາ 1.000 ຕື້ USD, ກວມ​ກ່ວາ 50% GDP ຂອງອາ​ຝະຣິກກາ, ​ຊຶ່ງໄດ້​ຮັບ​ການຕີ​ລາຄາ​ວ່າຈະ​ນຳ​ມາ​​ເຊິ່ງບັນດາ​ກາລະ​ໂອກາດ​ທີ່ດີ​ພໍສົມຄວນ​ກ່ຽວ​ກັບ​ການດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ໃນ 3 ກຸ່ມ.

ຂ່າວ/ບົດ​ອື່ນ