ອາຟຼິກາມີສາຍທາງລົດໄຟທັນສະໄຫມສາຍທຳອິດ

ອາຟຼິກາມີສາຍທາງລົດໄຟທັນສະໄຫມສາຍທຳອິດ - ảnh 1
​ສາຍ​ທາງ​ລົດ​ໄຟ​ທັນ​ສະ​ໄຫມ​​ສາຍທຳ​ອິດ​ຢູ່ອາ​ຟ​ຼິ​ກາ 
ພາບ:THX/TTXVN

(vovworld)-  ​ວັນ​ທີ 5/10, Ethiopia  ແລະ Djibouti ໄດ້​ເປີ​ດ​ສະ​ຫລອງ​ສາຍ​ທາງ​ລົດ​ໄຟ​ທັນ​ສະ​ໄຫມ​​ສາຍທຳ​ອິດ​ຂອງ​ທະ​ວີບນີ້ ເຊື່ອມ​ຕໍ່​ນະ​ຄ​ອນ​ຫລວງ​ຂອງ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ກວ່າ​ໝູ່​ຢູ່ ອາ​ຟ​ຼິ​ກາ ກັບ​ນະ​ຄອນ​ຫລວງ​ຂອງ​ປະ​ເທດ​ນ້ອຍ​ສຸດ​ຢູ່ ອາ​ຟ​ຼິ​ກາ. ສາຍ​ທາງ​ລົດ​ໄຟ Addis Ababa – Djibouti ມີ​ຄວາມ​ຍາວ 752,7 ກິ​ໂລ​ແມັດ, ດ້ວຍ​ຄວາມ​ໄວ​ແມ່ນ 120 ກິ​ໂລ​ແມັດ/ຊົ່ວ​ໂມງ ແລະ ຄາດ​ວ່າ​ຈະ​ຫລຸດ​ຜ່ອນ​ເວ​ລາ​ແຕ່ 7 ວັນ​ລົງ​ເຫລືອ​ພຽງ 10 ຊົ່ວ​ໂມງ​ໃຫ້​ການ​ໄປ​ມາ​ລະ​ຫວ່າງ ສອງ​ນະ​ຄອນ​ຫລວງ ພ້ອມ​ທັງ​ເປີດ​ເສັ້​ນ​ທາງ​ໄວ​ກວ່າ​ໝູ່​ຈາກ​ປະ​ເທດ Ethiopia ອອກ​ສູ່​ທະ​ເລ​ແດງ. ສາຍ​ທາງນີ້ ຈະ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຢູ່​ລຽບ​ຕາມ​ສອງ​ຟາກ​ທາງ. ສາຍ​ທາງ​ລົດ​ໄຟ​ໃຫມ່ນີ້​ແມ່ນ​ບາດ​ກ້າວ​ເລີ່ມ​ຕົ້ນ​ໃນ​ຕ່າ​ຫນ່າງ​​ທາງ​ລົດ​ໄຟ​ມີ​ຄວາມ​ຍາວ 5000 ກິ​ໂລ​ແມັດ ຊື່ງ Ethiopia ຫວັງ​ວ່າ​ຈະ​ກໍ່​ສ້າງ​ໃນ​ປີ 2020, ເຊື່ອມ​ຕໍ່​ປະ​ເທດນີ້​ກັບ Kenya, Sudan ແລະ Sudan ໃຕ​້. 


ຕອບກັບ

ຂ່າວ/ບົດ​ອື່ນ