ອາຟະລິກາໃຕ້ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ອາຟະລິກາ

ອາຟະລິກາໃຕ້ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ອາຟະລິກາ - ảnh 1
ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ

(vovworld) -  ຕອນ​ບ່າຍ​ວັນ​ທີ​ 4/10, ຢູ່ ຮ່າ​ໂນ້ຍ, ທ່ານປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ສ​. ອາ​ຟະ​ລິ​ກາ​ໃຕ້​ Cyril Ramaphos, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ: ຫວຽດນາມ​ຖື ອາ​ຟະ​ລິ​ກາ​ໃຕ້ ​ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ອາ​ຟະ​ລິ​ກາ ​ແລະ ປາຖະໜາ​ຢາກ​ພັດທະນາ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເພື່ອ​ສົມ​ກັບ​ຂອບ​ເຂດ “ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວມ​ມື ​ແລະ ພັດທະນາ“ ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ສະ​ເໜີ ອາ​ຟະ​ລິ​ກາ​ໃຕ້ ສືບ​ຕໍ່​ສະໜັບສະໜູນ​ສະຖານທູດ​ຂອງ ຫວຽດນາມ, ທູດ​ພິ​ເສດ​ຂອງ​ປະ​ທານ​ປະ​ເທດ​ອອກ​ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ຜູ້ອຳນວຍການ​ໃຫຍ່ UNESCO ອາຍຸ​ການ 2017-2021 ​ແລະ ສະໜັບສະໜູນ ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ອາຍຸ​ການ 2020-2021. ທ່ານ​ປະທານ​ຫວັງ​ວ່າ, ບັນດາ​ວິ​ສາ​ຫະກິດ ອາ​ຟະ​ລິ​ກາ​ໃຕ້ ​ເພີ່ມ​ທະວີ​ການ​ສົ່ງ​ຄະນະ​ມາ​ສຳ​ຫຼວດຕະຫຼາດ ຫວຽດນາມ, ຄົ້ນ​ຄ້ວາ​ຄວາມ​ສາມາດ​ລົງທຶນ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ກໍ່​ສະ​ເໜີ ອາ​ຟະ​ລິ​ກາ​ໃຕ້ ​ແບ່ງປັນ​ບົດຮຽນ​​ໃນ​ການເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ສືບ​ຕໍ່​ກໍ່ສ້າງ​ດ້ານ​ພາສາ​ອັງກິດ ​ໃຫ້​ພະນັກງານ ຫວຽດນາມ. ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ສາກົນ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ, ​ແບ່ງປັນ​ບົດຮຽນ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ​ເຊິ່ງ​ແມ່ນ​ຂົງ​ເຂດ​ເຊິ່ງ ອາ​ຟະ​ລິ​ກາ​ໃຕ້ ​ມີ​ທ່າ​ແຮງ.

        ສ່ວນ​ທ່ານ​ຮອງປະທານາທິບໍດີ ອາ​ຟະ​ລິ​ກາ​ໃຕ້ ກໍ່​ປາຖະໜາ​ວ່າ, ຫວຽດນາມ ຈະ​ໜູນ​ຊ່ວຍ ອາ​ຟະ​ລິ​ກາ​ໃຕ້ ​ໃນ​ເຕັກ​ໂນ​ໂລ​ຢີຕໍ່​ກຳ່​ປັ່ນ, ຂົນ​ສົ່ງ​ທາງ​ທະ​ເລ ​ແລະ ລ້ຽງສັດ​ນຳ້,​ ສັດ​ທະ​ເລ. ທ່ານຮອງປະທານາທິບໍດີ ອາ​ຟະ​ລິ​ກາ​ໃຕ້ ກໍ່​ຢືນຢັນ​ວ່າ, ອາ​ຟະ​ລິ​ກາ​ໃຕ້ ຈະ​ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ