ອາມເລິກາ ຢືນຢັນຄຳໝັ້ນສັນຍາຮ່ວມມືປ້ອງກັນກັບຍີ່ປຸ່ນ ແລະ ສ.ເກົາຫຼີ

ອາມເລິກາ ຢືນຢັນຄຳໝັ້ນສັນຍາຮ່ວມມືປ້ອງກັນກັບຍີ່ປຸ່ນ ແລະ ສ.ເກົາຫຼີ  - ảnh 1
(ພາບປະກອບ)
(vovworld) -  ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ແລ້ວ, ​ໃນ​ຂອບ​ເຂດ​ການ​​ໄປ​ປະຕິບັດ​ງານ​ຢູ່ 4 ປະ​ເທດ​ອາ​ຊີ ​ເຊິ່ງລວມມື ຍີ່ປຸ່ນ, ສ.​ເກົາຫຼີ, ຟີ​ລີບ​ປີນ ​ແລະ ອິນ​​ໂດ​ເນ​ເຊຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງຍີ່ປຸ່ນທ່ານ Akinori Eto ຢູ່​ໂຕ​ກຽວ ​ໃນ​ວັນ​ທີ 17/03, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຫຼາຍ​ບັນດາ​ອື່ນໆ​ອີກ, ​ໃນ​ນັ້ນ​ມີ​ການ​ທົດ​ລອງ​ນິວ​ເຄຼຍ ​ແລະ ຍິງ​ລູກ​ສອນ​ໄຟ​​ຫວ່າງ​ແລ້ວ​ນີ້​ຂອງ ສປປ.​ເກົາຫຼີ. ​ໃນ​ການ​ພົບ​ປະ, ທ່ານ Carter ​ໄດ້​ຢືນຢັນຄຳ​ໝັ້ນ​ສັນຍາຢ່າງ​ເດັດ​ດຽວຂອງ​ອາ​ເມ​ລິ​ກາ ສຳລັບ​ການ​ປ້ອງ​ກັນ​ຂອງ​ຍີ່ປຸ່ນ. 2 ຝ່າຍ​ກໍ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ສຳພັນ​ທະ​ມິດ​ຍີ່ປຸ່ນ - ອາ​ເມ​ລິ​ກາ ​ເຊິ່ງ​ຖືກ​ຖື​ວ່າ​ແມ່ນ “ພື້ນຖານ​​ເພື່ອຄວາມມີ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ຂອງ​ຍີ່ປຸ່ນ ກໍ​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ”, ​ໃນ​ນັ້ນ​ມີ​ເລື່ອງ​ສ້າງ​ໂຄງ​ປະກອບ​ກຳລັງ​ທະຫານ​ອາ​ເມ​ລິ​ກາ ຢູ່ ຍີ່ປຸ່ນ ​ ຄືນ​ໃໝ່ ແລະ ຈັດ​ວາງກຳລັງ​ທະ​ຫານ​ເຮືອ​ທາງບົກ​ໄປ​ເຖິງ​ເກາະ Guam ຕາມ​ຍຸດ​ທະ​ສາດ​ສ້າງ​ຄວາມ​ດຸນ​ດຽງ​ກັບ​ອາຊີ. ວັນ​ທີ 18/03, ທີ່​ສ.​ເກົາຫຼີ, ທ່ານ Carter ກໍ​ຢືນຢັນ​ເຖິງຄຳ​ໝັ້ນ​ສັນຍາຂອງ​ອາ​ເມ​ລິ​ກາ​ ທີ່ວ່າ ຈະ​ສະໜອງ​ບັນດາ​ແຫຼ່ງກຳລັງ​ດ້ານ​ການ​ທະຫານ​ທີ່​ຈຳ​ເປັນ​ໃຫ້​ແກ່​ສ.​ເກົາຫຼີ ​ໃນ​ສະພາບ​ທີ່​ຄວາມ​ເຄັ່ງ​ຕຶງ​ ​ໃນ​ແຫຼມ​ເກົາຫຼີພວມ​ປິນຂັ້ນ​ໃດ .

ຂ່າວ/ບົດ​ອື່ນ