ອາຢິບ: ປະກາດຄະນະລັດຖະບານໃໝ່

ອາຢິບ: ປະກາດຄະນະລັດຖະບານໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີ ອີ​ຢິບ Hisham Qandil
(ພາບ: Reuters)

(vovworld) – ວັນ​ທີ 2/8, ທ່ານນາຍົກລັດຖະມົນຕີ ອີ​ຢິບ Hisham Qandil ​ໄດ້​ປະກາດ​ຄະນະ​ລັດຖະບານ​ໃໝ່ ຂອງ​ປະ​ເທດ​ນີ້, ​ເຊິ່ງ​ແມ່ນຄະ​ນະ​ລັດຖະບານ ຊຸດ​ທຳ​ອິດ​ພາຍ​ໃຕ້​ການ​ນຳພາ​ຂອງ​ປະທານາທິບໍດີ​ຄົນ​ໃໝ່ Mohamed Mursi. ​ໃນ​ຄະນະ​ລັດຖະບານ​ໃໝ່, ຈອມພົນ Hussein Tantawi, ຜູ້​ເຄີຍ​ຮັກສາ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ສະ​ໄໝອະດີດ ປະທານາທິບໍດີ Hosni Mubarak ​ແລະ ປະຈຸ​ບັນ ​ແມ່ນ​ປະທານ​ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ອີ​ຢິບ, ສືບ​ຕໍ່​ຮັກສາ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ເງິນ Mumtaz al – Said ຂອງ​ລັດຖະບານ​ຊ່ົວຄາວ​ກໍ່ ສືບ​ຕໍ່​ຮັກສາ​ຕຳ​ແໜ່​ງ ​ເຖິງ​ວ່າ ຂະ​ບວນການ “ອ້າ​ຍນ້ອງ ອິດສະ​ລາມ” ຂອງ ປະທານາທິບໍດີ Mursi ​ເຄີຍ​ຄັດຄ້ານ​ເລື່ອງ​ວາງ​ແຜນ​ງົບປະມານ​ຂອງ​ທ່ານ​ນີ້ຢ່າງ​ແຮງ. ຕຳ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດ ຍັງ​ຄົງ​ແມ່ນ​ທ່ານ Mohamed Kamel Amr ຮັກສາ. ​ໃນ​ຂະນະ​ນັ້ນ, ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ Ahmed Gamal al – Din ​ໄດ້​ຮັບບົ່ງ​ຕົວ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​.

 

ຂ່າວ/ບົດ​ອື່ນ