ອາຣັບບິ ຊະອຸດິ: ບັດດາລັດຖະມົນຕີ, ສົມເດັດໃນວົງສານຸວົງຖືກຈັບຕົວ

(VOVWORLD) - ວັນທີ 05 ພະຈິກ, ຊ່ອງໂທລະພາບ Al Arabiya ຂອງ ອາຣັບບິ ຊະອຸດິ ໃຫ້ຂ່າວວ່າ ປະເທດນີ້ ໄດ້ຈັບຕົວລັດຖະມົນຕີ 4 ທ່ານ, ສົມເດັດໃນວົງສານຸວົງ 11 ອົງ ແລະ ອະດີດລັດຖະມົນຕີນັບສິນທ່ານ
ອາຣັບບິ ຊະອຸດິ: ບັດດາລັດຖະມົນຕີ, ສົມເດັດໃນວົງສານຸວົງຖືກຈັບຕົວ - ảnh 1ອົງມົງກຸດລາດຊະກຸມມານ Mohammed bin Salman  ພາບ: AFP/TTXVN

ໃນຂອບເຂດບັ້ນເຄື່ອນໄຫວຕ້ານການສໍ້ລາດບັງຫລວງ. ຄະນະກຳມະການຕ້ານການສໍ້ລາດບັງຫລວງ ອາຣັບບິ ຊະອຸດິ ໄດ້ດຳເນີນບັນດາການຈັບຕົວດັ່ງກ່າວ, ແຕ່ວ່າ ບໍ່ເຜີຍຊື່ບັນດາຜູ້ຖືກຈັບຕົວ.
ຄະນະກຳມະການນີ້ ຫາກໍ່ໄດ້ຮັບການສ້າງຕັ້ງ ຕາມພະລາຊະດຳລັດຂອງພະບໍລົມ ວົງສານຸວົງ ສະບັບອອກວັນທີ 04 ພະຈິກ ໂດຍອົງມົງກຸດລາດຊະກຸມມານ Mohammed bin Salman ນຳ ໜ້າ. ພະລາຊະດຳລັດ ຊີ້ແຈ້ງວ່າ ບັນດາຜູ້ສໍ້ລາດບັງຫລວງ ຈະຖືກລົງໂທດ ແລະ ອາຣັບບິ ຊະອຸດິ ຈະບໍ່ສາມາດຄົງຕົວໄດ້ ຖ້າຫາດຍັງມີສະພາບການສໍ້ລາດບັງຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ