ອາຣັບບິ ຊະອຸດິ ຮັບພາລະບົດບາດເປັນປະທານ G20 ຈາກ ຍີ່ປຸ່ນ

(VOVWORLD) -ວັນທີ 01 ທັນວາ, ອາຣັບບິ ຊະອຸດິ ໄດ້ກາຍເປັນປະເທດ ອາຣັບ ທຳອິດທີ່ຮັບດຳລົງຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20). 

ອາຣັບບິ ຊະອຸດິ ຮັບບົດບາດໜ້າທີ່ໃໝ່ ໃນສະພາບການປະເທດນີ້ ພວມຜັນຂະຫຍາຍບັນດາມາດຕະການປະຕິຮູບດ້ານເສດຖະກິດ ແລະ ສັງຄົມ ແນໃສ່ປັບປຸງທີ່ຕັ້ງບົນເວທີສາກົນ.

ອາຣັບບິ ຊະອຸດິ ຮັບພາລະບົດບາດເປັນປະທານ G20 ຈາກ ຍີ່ປຸ່ນ - ảnh 1ອົງມົງກຸດລາດຊະກຸມມານ ອາຣັບບິ ຊະອຸດິ Arabia Mohammed bin Salman (ພາບ:  AFP/TTXVN) 

        ດ້ວຍບົດບາດເປັນປະທານ G20 ຄົນໃໝ່, ອາຣັບບິ ຊະອຸດິ ຈະແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ G20 ແຕ່ວັນທີ 21 – 22 ພະຈິກ 2020. ໃນອາຍຸການນີ້, ອາຣັບບິ ຊະອຸດິ ຈະຈັດຕັ້ງກ່ວາ 100 ເຫດການ ແລະ ກອງປະຊຸມ, ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດ G20. ອົງມົງກຸດລາດຊະກຸມມານ ອາຣັບບິ ຊະອຸດິ Arabia Mohammed bin Salman ຕີລາຄາວ່າ ທີ່ຕັ້ງບົດບາດປະທານ G20 ແມ່ນໂອກາດພິເສດ ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງປະຊາຄົມສາກົນໃຫ້ເປັນຮູບປະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ