ອາ​ຣັບ​ບິ ຊາ​ອຸ​ດິ ກຽມ​ພ້ອມ​ໃຫ້​ແກ່ບຸນນະມັດສະການ Haji

(VOVWORLD) - ອາຣັບບິ ຊາອຸດິ ໄດ້ປະກາດວ່າ ບຸນນະມັດສະການ Haji ຂອງຊາວອິດສະລາມ ຈະເລີ່ມແຕ່ວັນທີ 14 ມິຖຸນາ, ພາຍຫຼັງ ບັນດາສະຖານທີ່ສັງເກດອາວະກາດ ພົບເຫັນ ຊີກວົງເດືອນ ໃນຕອນຄ່ຳວັນທີ 6 ມິຖຸນາ ໂດຍແມ່ນສັນຍານເລີ່ມຕົ້ນຂອງເດືອນດຳເນີນບຸນນະມັດສະການແຫ່ງສັກກະລະບູຊາປະຈຳປີນີ້.
ອາ​ຣັບ​ບິ ຊາ​ອຸ​ດິ ກຽມ​ພ້ອມ​ໃຫ້​ແກ່ບຸນນະມັດສະການ Haji - ảnh 1ພາບປະກອບ: AFP/TTXVN

Haji ແມ່ນໜຶ່ງໃນ 5 ເສົາຄ້ຳຂອງ ສາສະໜາອິດສະລາມ ແລະ ສາສະນິກກະຊົນອິດສະລາມທີ່ມີເງື່ອນໄຂຢ່າງຄົບຖ້ວນຕ້ອງປະຕິບັດຢ່າງໜ້ອຍສຸດ 1 ຄັ້ງໃນຊີວິດຂອງຕົນ. ປີນີ້ ງານບຸນຫຼັກຈະດຳເນີນໃນວັນທີ 15 ມິຖຸນາ ແລະ ວັນບຸນ Eid al-Adha ຂອງຊາວອິດສະລາມ ຈະດຳເນີນໃນວັນທີ 16 ມິຖຸນາ.

ອາຣັບບິ ຊາອຸດິ ແມ່ນສະຖາທີ່ມີ 2 ໂບດສັກກະລະບູຊາທີ່ສຸດຂອງສາສະໜາອິດສະລາມ ຢູ່ Mecca ແລະ Medina. ແຕ່ລະປີ, ບຸນນະມັດສະການ Haji ໄດ້ນຳ ເງິນນັບຕື້ USD ມາໃຫ້ແກ່ ອາຣັບບິ ຊາອຸດິ ແລະ ວັນບຸນນະມັດສະການ Umrah ໄດ້ປະຕິບັດໃນບັນດາຈຸດເວລາທີ່ແຕກຕ່າງກັນໃນປີ.

ຕອບກັບ

ຂ່າວ/ບົດ​ອື່ນ