ອາຣັບບິ ຊາອຸດິ ແຕ່ງຕັ້ງເອກອັກຄະລັດຖະທູດ ປະຈຳ ຊີຣີ ຄົນທຳອິດພາຍຫຼັງເວລາ 10 ປີ

(VOVWORLD) - ຕົ້ນປີນີ້, ອາຣັບບິ ຊາອຸດິດ ໄດ້ເປີດປະຕູສະຖານທູດຂອງປະເທດນີ້ປະຈຳ ຊີຣີ ຄືນໃໝ່, ພາຍຫຼັງກ່ວາ 10 ປີທີ່ສອງປະເທດຕັດການພົວພັນທາງການທູດໃນສະພາບການປະທະກັນຢູ່ ຊີຣີ.
ອາຣັບບິ ຊາອຸດິ ແຕ່ງຕັ້ງເອກອັກຄະລັດຖະທູດ ປະຈຳ ຊີຣີ ຄົນທຳອິດພາຍຫຼັງເວລາ 10 ປີ - ảnh 1ທ່ານ Ayman Soussan ເປັນເອກອັກຄະລັດຖະທູດຊີຣີ ປະຈຳ ອາຣັບບິ ຊາອຸດິ
(ພາບ:alarabiya news)

ວັນທີ 26 ພຶດສະພາ, ອາຣັບບິ ຊາອຸດິດ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດຄົນໃໝ່ປະຈຳ ຊີຣີ. ນີ້ແມ່ນເອກອັກຄະລັດຖະທູດຄົນທຳອິດຂອງ ອາຣັບບິ  ຊາອຸດິ ປະຈຳ ດາມາກຸດ ນັບແຕ່ເວລາສະຖານທູດຂອງປະເທດນີ້ຖືກປິດປະຕູໃນປີ 2012. ເອກອັກຄະລັດຖະທູດຄົນໃໝ່ຂອງ ອາຣັບບິ ຊາອຸດິດ ປະຈຳຊີຣີ ແມ່ນທ່ານ Faisal Al-Mujfel. ຕົ້ນປີນີ້, ອາຣັບບິ ຊາອຸດິດ ໄດ້ເປີດປະຕູສະຖານທູດຂອງປະເທດນີ້ປະຈຳ ຊີຣີ ຄືນໃໝ່, ພາຍຫຼັງກ່ວາ 10 ປີທີ່ສອງປະເທດຕັດການພົວພັນທາງການທູດໃນສະພາບການປະທະກັນຢູ່ ຊີຣີ.

        ເດືອນ ເມສາ 2023, ກະຊວງການຕ່າງປະເທດ ຊີຣີ ປະກາດຟື້ນຟູການບໍລິການກົງສູນ ແລະ ການເຄື່ອນໄຫວການບິນລະຫວ່າງປະເທດນີ້ ແລະ ອາຣັບບິ ຊາອຸດິດ, ເຊິ່ງເປັນຂີດໝາຍບາດກ້າວເດີນສຳຄັນໃນການເຊື່ອມຕໍ່ການພົວພັນລະຫວ່າງສອງປະເທດ. ເດືອນທັນວາ 2023, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ບົ່ງຕົວທ່ານ Ayman Soussan ເປັນເອກອັກຄະລັດຖະທູດຊີຣີ ປະຈຳ ອາຣັບບິ ຊາອຸດິ.

ຕອບກັບ

ຂ່າວ/ບົດ​ອື່ນ