ອາຣັບບີຊະອຸດິ:173ຄົນເສຍຊີວິດຍ້ອນໄວຣັດMERS

ອາຣັບບີຊະອຸດິ:173ຄົນເສຍຊີວິດຍ້ອນໄວຣັດMERS - ảnh 1
ນຳໃຊ້ຜ້າປິດປາກເພື່ອກັນໄວຣັດ
(ພາບປະກອບຈາກ AFP/TTXVN)

(vovworld) – ​ວັນ​ທີ 19/5, ກະຊວງ​ສາທາລະນະ​ສຸກ ອາຣັບບີ​ຊະ​ອຸ​ດິ ​ໄດ້ຢັ້ງຢືນ​ມີ 6 ກໍລະນີ​ຕິດ​ພະຍາດ​ໄໝ່ ​ແລະ 4 ກໍລະນີ​ເສຍ​ຊີວິດ​ຍ້ອນ​ໄວຣັດ ກໍ່​​ໃຫ້​ເກີດ​ອາການພະຍາດ​ລະບົບ​ຫາຍ​ໃຈຮຸ​ນ​ແຮງ​ເຂດ​ຕາ​ເວັນ​ອອກ​ກາງ (MERS), ອັນ​ໄດ້ຍົກ​ຍອດ​ຈຳນວນ​ກໍ​ລະ​ນີຕິ​ດພະຍາດ​ດັ່ງກ່າວ​ຢູ່​ປະ​ເທດ​ນີ້​ຂຶ້ນ​ເຖິງ 537 ຄົນ, ​ໃນ​ນັ້ນ​ມີ 173 ​ຄົນເສຍ​ຊີວິດ. ບັນດາ​ປະ​ເທດ​ອື່ນ​ຄື: ອີ​ຢິບ, ຈໍ​ແດນ, ລີ​ບັງ, ​ໂຮ​ນລັງ, ສະຫະລັດ ອາຣັບ ​ເອມີ​ເລັດ (UAE) ​ແລະ ອາ​ເມ​ລິ​ກາ ກໍ່​ລ້ວນ​ແຕ່​ຢັ້ງ​ຢືນ​ມີ​ກໍລະນີ​ຕິດ​ພະຍາດໃໝ່, ຜູ້​ຕິດພະຍາດ​ສ່ວນ​ຫຼາຍ​ແມ່ນ​ຜູ້​​​​ໄປ​ທ່ອງ​ທ່ຽວ​​ຢູ່ ອາຣັບບີ​ຊະ​ອຸ​ດິ ​ໃນ​ໄລຍະ​ມໍ່​ໆ​ມານີ້. MERS ​ໄດ້​ກໍ່​ໃຫ້ເກີດ​ອາກາດ​ຕ່າງໆຄື: ​ເປັນ​ໄຂ້, ​ໄອ, ຫາຍ​ໃຈ​ຍາກ, ອັກ​ເສບ​ປອດ ​ແລະ ​ໄດ້​ຮັບ​ຖື​ວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ ​ໄວຣັດ SARS ​​ເຄີຍ​ເຮັດ​ໃຫ້​ກ່ວາ 8.000 ຄົນຕິດ​ແປ​ດພະຍາດ ​ແລ​ະ 9% ​ໃນ​ຈຳນວນ​ນັ້ນ​ເສຍ​ຊີວິດ​ຢູ່​ພາກ​ພື້ນ ອາຊີ​ເມື່ອ​ປີ 2003. ​ເຖິງ​ວ່າ​ຈຳນວນ​ຜູ້​ຖືກ​ຕິດ​ ​ໄວຣັດ ດັ່ງກ່າວ​ໜ້ອຍພໍ​ສົມຄວນກໍ່ຕາມ, ​ແຕ່ອັດຕາ​ຜູ້​ເສຍ​ຊີວິດ​ຂຶ້ນ​ເຖິງ 30% ຢູ່ ຕາ​ເວັນ​ອອກ​ກາງ ​ເຮັດ​ໃຫ້​ວົງ​ການ​ນັກວິທະຍາສາດ ​ແລະ ​ເຈົ້າ​ໜ້າ​ທີ່​ມີ​ຄວາມ​ວິຕົກ​ວັງ​ວົນ.


ຂ່າວ/ບົດ​ອື່ນ