ອາຣັບບີຊາອຸດີຮັບຮູ້ມີຫລາຍກໍລະນີຕື່ມອີກຖືກເສຍຊີວິດແລະຕິດເຊື້ອພະຍາດMERS

 ອາຣັບບີຊາອຸດີຮັບຮູ້ມີຫລາຍກໍລະນີຕື່ມອີກຖືກເສຍຊີວິດແລະຕິດເຊື້ອພະຍາດMERS - ảnh 1

(vovworld)- ວັນ​ທ​ີ 22/6, ອາ​ຣັບ​ບີ ຊາ​ອຸ​ດີ ໄດ້​ຮັບ​ຮູ້​ມີ 6 ກໍ​ລະ​ນີ​ຕືີ່ມ​ອີກ​ຖືກ​ເສຍ​ຊີ​ວິດ ຍ​້ອນ​ຕິດ​ເຊື້ອ​ພະ​ຍາດ MERS ພ້ອມ​ກັບ 7 ກໍ​ລະ​ນີ​ໃຫມ່​ຖືກ​ຕິດ​ພະ​ຍາດນີ້ ແຕ່​ວັນ​ທີ 14-20/6 ຜ່ານ​ມາ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ອາ​ຣັບ​ບີ ຊາ​ອຸ​ດີ ໃຫ້​ຮູ້​ວ່າ: ບັນ​ດາ​ກໍ​ລະ​ນີ​ດັ່ງ​ກ່າວ​ລ້ວນ​ແຕ່​ແມ່ນ​ພົນ​ລະ​ເມືອງ​ປະ​ເທດນີ້ ແລະ ສ່ວນ​ຫລາຍແມ່ນ ​ສຸມ​ໃສ່​ຢູ່​ ​ທາງ​ທິດ​ຕາ​ເວັນ​ອອກ ນະ​ຄອນ Hofoof  ແລະ ນະ​ຄອນ​ຫລວງ Riyadh. ຕາມ​ການ​ສະ​ຖິ​ຕິ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ອາ​ຣັບ​ບີ ຊາ​ອຸ​ດີ ແລ້ວ, ໄລ່​ມາ​ຮອດ​ວັນ​ທີ 20/6 ທີ່​ປະ​ເທດນີ້ ມີຜູ້​ຕິດ​ເຊື້ອ​ພະ​ຍາດ MERS ທັງ​ໝົດ 1.038 ຄົນ​, ໃນ​ນັ້ນ 459 ຄົນ ​ ຖືກ​ເສຍ​ຊີ​ວິດ​ ແລະ 572 ຄົນ​ໄດ້​ຮັບ​ການ​ປິ່ນ​ປົວຫາຍ​ດີ​ແລ້ວ.

ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ, ອາ​ຊຽນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ແຜ່​ລະ​ບາດ​ນັບ​ມື້​ນັບ​ກວ້າງ​ຂວາງ​ຂອງ​ເຊື້ອ​ພະ​ຍາດ MERS ແລະ ຫວັງ​ວ່າ ຈະ​ມີ​ຂໍ້​ລິ​ເລີ່ມ​ຫລາຍ​ຢ່າງ ແລະ ມາດ​ຕະ​ການ​​ເພື່ອຮັບ​ມື​ກັບ ໄວ​ຣັດ ທີ່​ອັນ​ຕະ​ລາຍນີ້.  ປະ​ຈຸ​ບັນ ບັນ​ດາປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ທັງ​ໝົດ ໄດ້​ເພີ່ມ​ທະ​ວີ​ການ​ກະ​ກຽມ, ປ້ອງ​ກັນ​, ພົບ​ເຫັນ, ແບ່ງ​ປັນ ແລະ ແຈ້ງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ກົນ​ໄກ​ທີ່ໄດ້​ຮັບ​ການ​ທົດ​ລອງ​ໃນ​ໄລ​ຍະ​ເກີດ​ ໂລກ SARS ຫລື​ເມື່ອ​ມີ​ການ​ນາບ​ຂູ່​ຈາກ ພະ​ຍາດ Ebola. ນອກນັ້ນ ອາ​ຊຽນ ກໍ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ ແລະ ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ການ​ໄປ​ມາ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ