ອາລົມຈິດຂອງນັກສິລະປິນຝລັ່ງກັບປະທານໂຮ່ຈິມີນ

ອາລົມຈິດຂອງນັກສິລະປິນຝລັ່ງກັບປະທານໂຮ່ຈິມີນ - ảnh 1
ພິ​ທີ​ມອບ​ຮັບ​ຮູບ​ເຄິ່ງ​ຄີງ​ປະ​ທານ​ໂຮ່​ຈິ​ມີນ
ພາບ:baotintuc.vn

(vovworld)-  ​ວັນ​ທີ 11/10, ນັກ​ສິ​ລະ​ປີນ ຊາວ​ຝ​ລັ່ງ, ເຊື້ອ​ຊາດ ອານ​ເຊ​ຣີ, ທ່ານ BoutadJine Mustapha ໄດ້​ມອບ​ໃຫ້​ສະ​ຖານ​ທູດ​ຫວຽດ​ນາມ ປ​ະ​ຈຳ ຝ​ລັ່ງ ຮູບ​ເຄິ່ງ​ຄິງ ຂອງ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ຮັບ​ການ​ປະ​ຕິ​ບັດ​ດ້ວຍ​ສີ​ລະ​ປະ​ຈີກ ແລະ ຕິດ​ເຈ້ຍ. ຮູບ​ດັ່ງ​ກ່າວ​ໂດຍ​ນັກ​ສິ​ລະ​ປິນ ຊາວ ຝ​ລັ່ງ ເຊື້ອ​ຊາດ ອານ​ເຊ​ຣີ ປະ​ຕິ​ບັດ​ໃນ​ເວ​ລາກວ່າ 1 ເດືອນ​ເຄິ່ງ ແລະ ສຳ​ເລັດ​ກ່ອນນີ້ 2 ປີ ແລະ​ ຮູບນີ້ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິ​ລະ​ປະ​ຢູ່​ຫລາຍ​ແຫ່ງ​ໃນ​ໂລກ.

ນັກ​ສິ​ລະ​ປິນ BoutadJine Mustapha ສະ​ແດງ​ຄວາມເຄົາ​ລົບ​ນັບ​ຖື​ທ່ານ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ບໍ່​ພຽງ​ແຕ່​ຂອງ​ຊາດ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຂອງ​ທັງ​ຂະ​ບວນ​ການ​ຕໍ່​ສູ້​ຍາດ​ເອ​ກະ​ລາດ​ຊົນ​ຊາດ​ຢູ່​ຫລາຍ​ປະ​ເທດ​ອີກ​ດ້ວຍ ,ໃນ​ນັ້ນ ມີ​ປະ​ເທດ ອານ​ເຊ​ຣີ. ທ່ານ BoutadJine Mustapha ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ເຮັດ​ຮູບ​ເຄິ່ງ​ຄີງ​ປະ​ທານ​ໂຮ່​ຈິ​ມີນ ເພື່ອ​ຢາກ​ສະ​ແດງ​ໃຫ້​ເຫັນ​ຈິດໃຈ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດ​ນາມ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ຊາດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ​ນັບ​ຖືປະ​ທານ​ໂຮ່​ຈິ​ມີນ, ເພີ່ນ​ແມ່ນ​ສັນ​ຍາ​ລັກ​ຂອງ​ການ​ປະ​ຕິ​ວັດ​ສາ​ກົນ. ຂ້າ​ພະ​ເຈົ້າ​ແມ່ນ​ຊາວ​ຝ​ລັ່ງ​ແຕ່​ເຊື້ອ​ຊາດ ອານ​ເຊ​ຣີ ແລະ ໄຊ​ຊະ​ນະ​ຂອງ​ຊາດ​ຫວຽດ​ນາມ ໄດ້​ສ້າງ​ກຳ​ລັງ​ຫນູນ​ໃຫ້​ແກ່​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ອານ​ເຊ​ຣີ.”

ທ​ູ​ຍ​ເວີນ, ນັກ​ຂ່າວ VOV ປະ​ຈຳ ຝ​ລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ