ອາລົມຈິດຂອງປະຊາຊົນ ນະຄອນເຫ້ວ ຕໍ່ ປະທານໂຮ່ຈິມີນ

(VOVWORLD) -ເຂດດິນແດນ ເທື່ອທຽນເຫ້ວ ແມ່ນສະຖານທີ່ຊື່ງທ່ານປະທານໂຮ່ຈິມີນ ພ້ອມກັບ ຄອບຄົວໄດ້ດຳລົງຊີວິດ, ຮ່ຳຮຽນ  ແລະ ເຂົ້າຮ່ວມການເຄື່ອນໄຫວຮັກຊາດ ໃນຄາວເຍົາໄວ.

ສິ່ງທີ່ທ່ານປະທານໂຮ່ຈີມີນ ແລະ ຄອບຄົວຂອງເພິ່ນປະໄວ້ໃຫ້ ປະຈຸບັນ ປະຊາຊົນນະຄອນ ເຫ້ວ ຖືວ່າ ນີ້ແມ່ນມໍລະດົກອັນລ້ຳຄ່າ ຕ້ອງຮັກສາໄວ້ໄດ້. ປ້າ ກັນລີກ ນັກວິລະຊົນກຳລັງປະກອບອາວຸດ ຊາວເຜົ່າ ປາໂກ ຜູ້ເປັນກຽດໄດ້ພົບປະກັບປະທານໂຮ່ຈີມີນ ມາເປັນ 7 ຄັ້ງ ໃຫ້ຮູ້ວ່າ:

“ຖ້າຫາກບໍ່ມີ ລຸງໂຮ່ ຊາວເຜົ່າ ປາໂກ ບໍ່ມີຄວາມຜາສຸກຄືປະຈຸບັນ. ສະນັ້ນ ປະຊາຊົນໃນເຜົ່າ ປາໂກ ຜູ້ໃດກໍ່ຖືຕະກຸນ ໂຮ່. ແລະ ເທິງແທ່ນບູຊາ ແມ່ນບູຊາ ລຸງໂຮ່, ວັນເກີດຂອງປະທານໂຮ່ຈີມີນ ຫລື ວັນບຸນຕ່າງໆ ລ້ວນແຕ່ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມີນ. ຜູ້ເຖົ້າຜູ້ແກ່ໃນບ້ານ ເຄີຍຕັກເຕືອນບອກສອນລູກຫລານສູ້ຊົນຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງລຸງໂຮ່”

ໃນສົງຄາມຕໍ່ສູ້ກູ້ຊາດອັນດຸເດືອດນັ້ນ ບັນດາເອກະສານ, ຮູບພາບ ແລະ ວັດຖຸພັນ ໂດຍລຸງໂຮ່ ມອບໃຫ້ ນັ້ນແມ່ນຄວາມເຊື່ອໝັ້ນ, ແຫລ່ງລະດົມກຳລັງໃຈອັນຍິ່ງໃຫຍ່ ເພື່ອໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ທ່ານ ຫງວຽນເລືອງຫົດ ຢູ່ ຕາແສງ ທ້ວນແທ່ງ ນະຄອນ ເຫ້ວ ແມ່ນຜູ້ສະສົມຮັກສາຊຸດສະແຕມເກືອບ 10.000 ສະແຕມກ່ຽວກັບລຸງໂຮ່.

“ທຸກວຽກງານຂອງ ລຸງໂຮ່, ການດຳລົງຊີວິດ, ການຕໍ່ສູ້, ອອກແຮງງງານ ແລະ ການຮ່ຳຮຽນ ຂອງລຸງໂຮ່ ລ້ວນແຕ່ແມ່ນບົດຮຽນອັນລ້ຳຄ່າ ບໍ່ພຽງແຕ່ສຳລັບປະເທດຊາດເທົ່ານັ້ນ ຫາກນັບທັງມວນມະນຸດອີກດ້ວຍ. ກໍ່ຍ້ອນມີຄວາມເຄົາລົບນັບຖືລຸງໂຮ່, ຮັກແພງລຸງໂຮ່ ສະນັ້ນ ຂ້າພະເຈົ້າຈຶ່ງສະສົມຊຸດສະແຕມກ່ຽວກັບລຸງໂຮ່ ຫລາຍຄືແນວນີ້”

ຕອບກັບ

ຂ່າວ/ບົດ​ອື່ນ