ອ່າວ Ha Long ຮັບນາມມະຍົດສິ່ງ ມະຫັດສະຈັນທຳ ມະຊາດໃໝ່ ຂອງໂລກ

ອ່າວ Ha Long ຮັບນາມມະຍົດສິ່ງ ມະຫັດສະຈັນທຳ ມະຊາດໃໝ່ ຂອງໂລກ - ảnh 1
ອ່າວ Ha Long ​ໄດ້​ຮັບນາມມະຍົດ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​​ໃໝ່ຂອງ​ໂລກ​ຢ່າງ​ເປັນ​ທາງ​ການ
( ພາບ: qdnd.vn )


( vovworld ) –   ຕອນ​ຄໍ່າ​ວັນ​ທີ 27/4, ຢູ່​ຮ່າ​ໂນ້ຍ, ອ່າວ Ha Long ​ໄດ້​ຮັບນາມມະຍົດ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​​ໃໝ່ຂອງ​ໂລກ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຢືນຢັນ​ວ່າ, ຫວຽດນາມ ມີ​ທິດ​ທັດ​ທຳ​ມະ​ຊາດ, ມໍລະດົກ​ວັດທະນະທຳ​ທີ່​ ບໍ່​ມີ​ຮູບ​ຮ່າງ ​ແລະ ​ ມີຮູບ​ຮ່າງຫຼາຍ​ແຫ່ງເຊິ່ງ​ໃນ​ນັ້ນ​ມີ​ອ່າວ Ha Long. ທິວ​ທັດ​ທຳ​ມະ​ຊາດ ​ໄດ້​ຮັບ​ການ​ຮູບ​ຮູ້ 2 ຄັ້ງຈາກ​ອົງການ UNESCO ແມ່ນ​ມໍລະດົກ​ທຳ​ມະ​ຊາດຂອງ​ໂລກ ​ແລະ​ປະຈຸ​ບັນ, ອ່າວ Ha Long ສືບ​ຕໍ່​ໄດ້​ຮັບ​ນາມມະຍົດ​ແມ່​ນໜື່ງ​ໃນສິ່ງມະຫັດສະຈັນ 7 ແຫ່ງໃໝ່ຂອງໂລກ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ເວົ້າ​ວ່າ.

        “ ນີ້​ແມ່ນ​ຄວາມ​ມ່ວນ​ຊື່ນ, ຄວາມ​ເອກອ້າງ​ະນົງ​ໃຈ​ທີ່​ໃຫຍ່​ຫຼວງ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ມໍລະດົກທຳ​ມະ​ຊາດ​ຂອງ​ປະ​ເທດ​ຊາດ, ພ້ອມ​ກັນ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ມີຄວາມຮັບຜິດຊອບສູງ​ກວ່າ​ຂອງ​ປະຊາຊົນ​ແຕ່ລະຄົນ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ອ່າວ Ha Long. ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ Quang Ninh, ການ​ນຳ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ອະນຸ​ລັ​ຮັກສາ​ເສີມ​ຂະຫຍາຍຄຸນຄ່າ​ຂອງ​ອ່າວ Ha Long ພ້ອມ​ກັບ​ບັນດາ​ມໍລະດົກ​ໃນ​ຂອບ​ເຂດທົ່ວ​ປະ​ເທດ. ບັນດາ​ທ້ອງ​ຖິ່ນ​ຄວນ​ສຸມ​ໃສ່​ເຂົ້າ​ການ​ການວາງ​ແຜນ ​ແລະ ອະນຸ​ລັກຮັກສາ, ຄຸ້ມ​ຄອງ, ປັບປຸງສິ່ງ​ແວດ​ລ້ອມ​ບັນດາ​ມໍລະດົກ​ທຳ​ມະ​ຊາດ ​ແລະ ມໍລະດົກ​ວັດທະນະທຳ, ທັງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ການທ່ອງທ່ຽວ ທັງ​ຮັກສາ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກວັດທະນະທຳ​ຫວຽດນາມ​ໃຫ້​ລຸ້ຕໍ່ໆ​ໄປ​ອີກ​ດ້ວຍ ”.

        ວັນ​ທີ 1/5 ທີ່​ຈະ​ມາ​ເຖິງ, ​ແຂວງ Quang Ninh ຈະຈັດ​ພິທີ​ຕ້ອນຮັບ​ນາມມະຍົດ ພ້ອມ​ກັບ​ເຫດການ​ງານ​ບຸນ Carnaval Ha Long 2012. ອ້າຍ Tran Manh Oanh,​ຊາວ​ນະຄອນ Ha Long ​ໄດ້​ແບ່ງປັນ​ວ່າ.

“ ​​ໂດຍ​ແມ່ນ​ຜູ້ໜື່ງຢູ່ນະຄອນ Ha Long, ຂ້າພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ຖະນົງ​ໃຈ​​ເມື່ອ​ໄດ້​ດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນ​ທີ່​ມີສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດຂອງ​ໂລກ. ຂ້າພະ​ເຈົ້າ​ໄດ້​ໄປ​ຫຼາຍ​ແຫ່ງ ​ແຕ່​ຍັງ​ບໍ່​ທັນ​ເຫັນ​ແຫ່ງໃດ​ມີ​ຄວາມ​ຄື​ອ່າວ Ha Long. ຄວາມ​ຈິງ​ແລ້ວ, ອ່າວ Ha Long ​ສົມ​ກັບການ​​ເຊີດ​ຊູ ​ແລະ ກໍ​ປາດ​ຖະໜາ​ວ່າ ປະຊາຊົນ​ອ່າວ Ha Long ​ແຕ່ລະຄົນ​ມີ​ສະຕິ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍ່​ຄື​ທິວ​ທັດ​ທຳ​ມະ​ຊາດ ”.

ຂ່າວ/ບົດ​ອື່ນ