ອ່າວ ຮ້າລອງ -ກາດບ່າ ກາຍເປັນມໍລະດົກທຳມະຊາດໂລກ

(VOVWORLD) -ວັນທີ 16 ກັນຍາ ຢູ່ ນະຄອນຫລວງ Riyadh ຂອງ ຊາອຸດີ ອາຣັບບີ, ກອງປະຊຸມຄັ້ງທີ 45 ຂອງ ຄະນະກຳມະການມໍລະດົກໂລກ ຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ຜ່ານສຳເນົາເອກະສານສະເຫນີ, ຮັບຮອງອ່າວ ຮ້າລອງ  ໝູ່ເກາະ ກາດບ່າ ຂຶ້ນກັບແຂວງ ກວ໊າງນິງ ແລະ ນະຄອນຫາຍຟ່ອງ ແມ່ນມໍລະດົກທຳມະຊາດໂລກ.

ອ່າວ ຮ້າລອງ -ກາດບ່າ ກາຍເປັນມໍລະດົກທຳມະຊາດໂລກ - ảnh 1
ອ່າວ ຮ້າລອງ: ພາບ: Đức Hạnh/BNEWS/TTXVN

ທີ່ກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການມໍລະດົກໂລກ ຢູ່ Riyadh ຄັ້ງນີ້ ຄະນະຜູ້ແທນ ຫວຽດນາມ ໄດ້ເຮັດວຽກກັບບັນດາອົງການວິຊາສະເພາະ, 21 ປະເທດສະມາຊິກຂອງ ຄະນະກຳມະການມໍລະດົກໂລກ ເພື່ອສະຫນອງຂໍ້ມູນ, ໃຫ້ຄຳໝັ້ນສັນຍາກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ພາຍຫລັງໄດ້ຈັດເຂົ້າບັນຊີລາຍຊື່ມໍລະດົກໂລກ. ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດສາກົນ ແລະ ປະເທດສະມາຊິກ ຄະນະກຳມະການມໍລະດົກໂລກ ລ້ວນແຕ່ຕີລາຄາສູງຄຸນຄ່າມໍລະດົກ, ສະຫນັບສະຫນູນອ່າວ ຮ້າລອງ - ໝູ່ເກາະ ກາດບ່າ ກາຍເປັນ ມໍລະດົກທຳມະຊາດໂລກ ພ້ອມທັງປາດຖະຫນາຢາກໄດ້ໄປຢ້ຽມຊົມມໍລະດົກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ