ອາເຊຣີຍອມຮັບມີຄວາມຜິດພາດ ໃນເຫດການກູ້ເອົາຊີວິດຕົວປະກັນ ຊາວຕ່າງປະເທດ

ອາເຊຣີຍອມຮັບມີຄວາມຜິດພາດ ໃນເຫດການກູ້ເອົາຊີວິດຕົວປະກັນ ຊາວຕ່າງປະເທດ - ảnh 1

ທະຫານ​ອານ​ເຊຣີເຂົ້າຮ່ວມ​ການກູ້​ເອົາ​ຊີວິດ​ຕົວ​ປະກັນ​

(ພາບ:baothanhhoa.vn)

(vovworld): ວັນ​ທີ 27/1, ກ່າວ​ຄຳ​ເຫັນ​ທີ່​ສະ​ວິດ, ​ເປັນຄັ້ງທຳ​ອິດ​ທີ່ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເຊຣີ Mourad Medelci ​ໄດ້​ຍອມຮັບມີ​ຄວາມ​ຜິດ​ພາດ​ໃນ​ເຫດການ​ກູ້​ເອົາ​ຊີວິດ​ຕົວ​ປະກັນ​ຊາວ​ຕ່າງປະ​ເທດ ຊື່​ງ​ເຮັດ​ໃຫ້​ນັບ​ສີ​ບຄົນ​ເສຍ​ຊີວິດ. ທ່ານ​ບໍ່​ຕ້ອງການມີ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແລະ ຢັງຢືນ​ວ່າ​ອານ​ເຊຣີ ພວມ​ຕີ​ລາຄາ​ຄືນ​ບັນດາຄວາມ​ຜິດ​ພາດ​ໃນ​ເຫດການ​ກູ້​ເອົາ​ຊີວິດ​ຕົວ​ປະກັນ. ​ເຫດການ​ລອບ​ຈັບ​ຕົວ​ປະກັນ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 16/1, ພວກ​ທະຫານ​ແຕກ​ທັບ​ຊາວ​ມຸດ​ສະ​ລິ​ມ ປະມານ 30 ຄົນ ຈາກ​ກຸ່ມ​ໜຶ່ງ​ໂດຍ​ກຳລັງ​ອານ​ເກ​ດາ ສະໜັບສະໜູນ ​ໄດ້​ບຸກ​ໂຈມ​ຕີ​ລົດ​ເມ​ຄັນ​ໜຶ່ງ​ໄດ້ຈັບ​ຕົວ​ປະກັນ​ຊາວ​ອາ​ເມ​ລິ​ກາ, ​ເອີ​ລົບ, ອາຊີ...​ລວມ 41 ຄົນຢູ່​ໂຮງງານ​ອາຍ​ແກ​ດ​ແຫ່ງ​ໜຶ່ງ​ຢູ່​ທາງ​ທິດ​ໃຕ້​ອານ​ເຊຣີ. ກອງທັບ​ອານ​ເຊຣີ ​ໄດ້​​ດຳ​ເນີ​ນການບຸກ​ໂຈມ​ຕີຄັ້ງໜຶ່ງ​ເຮັດ​ໃຫ້​ຕົວ​ປະກັນ 37 ຄົນ ​​ແລະ ມື​ປືນ 29 ຄົນເສຍ​ຊີວິດ.

ຂ່າວ/ບົດ​ອື່ນ