ອາເມລິກາ: 2 ລັດນິວຢອກ ແລະ ວໍຊິງຕັນ ນາບຂູ່ຈະຮ້ອງຟ້ອງປະທານາທິບໍດີ Trump

(VOVWORLD) -ວັນທີ 04 ກັນຍາ, ບັນດາລັດ ນິວຢອກ ແລະ ວໍຊິງຕັນ ກ່າວເຕືອນວ່າ ຈະຮ້ອງຟ້ອງທ່ານປະທານາທິບໍດີ Donald Trump ຖ້າຫາກທ່ານຍົກເລີກໂຄງການກ່ຽວກັບການຢຸດເນລະເທດຊົ່ວຄາວຊາວເຂົ້າເມືອງຢ່າງຜິດກົດໝາຍ ນັບແຕ່ຄາວຍັງນ້ອຍ (DACA).

ອາເມລິກາ: 2 ລັດນິວຢອກ ແລະ ວໍຊິງຕັນ ນາບຂູ່ຈະຮ້ອງຟ້ອງປະທານາທິບໍດີ Trump - ảnh 1 2 ລັດນິວຢອກ ແລະ ວໍຊິງຕັນ ນາບຂູ່ຈະຮ້ອງຟ້ອງປະທານາທິບໍດີ Trump

(ພາບ: Reuters)

ຕາມແຜນການ, ໃນວັນທີ 05 ກັນຍາ, ທ່ານ Trump ຈະປະກາດຢຸດຕິໂຄງການດັ່ງກ່າວ, ແຕ່ຈົນເວລາ 6 ເດືອນໃຫ້ສະພາແຫ່ງຊາດອາເມລິກາ ເພື່ອຮຽບຮຽງຮ່າງກົດໝາຍທົດແທນ. ໃນຖະແຫຼງການສະເພາະ, ທ່ານລັດຖະມົນຕີກະຊວງຍຸຕິທຳລັດວໍຊິງຕັນ Bob Ferguson ກໍ່ນາບຂູ່ຈະມີການກະທຳດ້ານກົດໝາຍເພື່ອປົກປ້ອງຊາວອົບພະຍົບນັບພັນຄົນ ຊຶ່ງອາດຈະຖືກເນລະເທດຕາມໂຕງການ DACA. ທ່ານ Ferguson ແມ່ນໜຶ່ງໃນຈຳນວນລັດຖະມົນຕີກະຊວງຍຸຕິທຳ 20 ທ່ານກໍ່ໄດ້ສົ່ງຈົດໝາຍກ່າວເຕືອນເຖິງທ່ານ Trump ເມື່ອເດືອນ ກໍລະກົດ ວ່າ, ຈະປົກປ້ອງໂຄງການດັ່ງກ່າວ “ດ້ວຍທຸກວິທີ”. ໃນຂະນະນັ້ນ, ມີລັດຖະມົນຕີກະຊວງຍຸຕິທຳ 8 ທ່ານຂອງພັກສາທາລະນະກໍ່ໃຫ້ຮູ້ວ່າ, ເຂົາເຈົ້າກໍຈະຍື່ນໃບຮ້ອງຟ້ອງໃນວັນທີ 05 ກັນຍາ, ຖ້າຫາກທ່ານ Trump ຢຸດຕິໂຄງການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ