ອາ​ເມ​ລິ​ກາ, EU ມີ​ແງ່​ຫວັງ​ໃນ​ການແກ້​ໄຂ​​ບັນ​ດາ​ຄວາມ​ຂັດ​ແຍ້ງ​​ດ້​ານ​ການ​ຄ້າ

(VOVWORLD) -ກ່າວຄຳເຫັນທີ່ການອະພິປາຍ ຕໍ່ໜ້າ ຄະນະກຳມະການການເງິນ ແລະ ພາສີ ສະພາຄຕ່ຳ ອາເມລິກາ, ກ່ຽວກັບນະໂຍບາຍດ້ານການຄ້າ ຂອງ ອຳນາດການປົກຄອງ ປະທານາທິບໍດີ Joe Biden, ທ່ານນາງ Tai ເວົ້າວ່າ: ພວກຂ້າພະເຈົ້າກໍ່ພວມມານະພະຍາຍາມແກ້ໄຂຄວາມຂັດແຍ້ງກັນ ທີ່ພວມເກີດຂຶ້ນລະຫວ່າງ Boeing ແລະ Airbus
ອາ​ເມ​ລິ​ກາ, EU ມີ​ແງ່​ຫວັງ​ໃນ​ການແກ້​ໄຂ​​ບັນ​ດາ​ຄວາມ​ຂັດ​ແຍ້ງ​​ດ້​ານ​ການ​ຄ້າ - ảnh 1ພາບ: USEU.usmission.gov/TTXVN

ວັນທີ 13 ພຶດສະພາ, ທ່ານນາງ Katherine Tai ຜູ້ຕາງໜ້າທາງການຄ້າ ອາເມລິກາ ຖືວ່າ ອາເມລິກາ ແລະ ສະຫະພາບ ເອີລົບ (EU) ມີຄວາມເປັນໄປໄດ້ ໃນການແກ້ໄຂບັນດາຄວາມຂັດແຍ້ງກັນລະຫວ່າງ ສອງຝ່າຍ ຊຶ່ງກ່ຽວຂ້ອງເຖິງການອຸດໜູນໃຫ້ແກ່ບັນດານັກຜະລິດເຮືອບິນ Boeing ແລະ Airbus ກໍ່ຄືພາສີ ອາລູມີນຽມ ແລະ ເຫຼັກກ້າ.

ກ່າວຄຳເຫັນທີ່ການອະພິປາຍ ຕໍ່ໜ້າ ຄະນະກຳມະການການເງິນ ແລະ ພາສີ ສະພາຄຕ່ຳ ອາເມລິກາ, ກ່ຽວກັບນະໂຍບາຍດ້ານການຄ້າ ຂອງ ອຳນາດການປົກຄອງ ປະທານາທິບໍດີ Joe Biden, ທ່ານນາງ Tai ເວົ້າວ່າ: ພວກຂ້າພະເຈົ້າກໍ່ພວມມານະພະຍາຍາມແກ້ໄຂຄວາມຂັດແຍ້ງກັນ ທີ່ພວມເກີດຂຶ້ນລະຫວ່າງ Boeing ແລະ Airbus ແລະ ແກ້ໄຂບັນຫາຢ່າງແທ້ຈິງກ່ຽວກັບສະພາບການສະມັດຕະພາບເກີນເຫຼືອໃນຂົງເຂດ ອາລູມີນຽມ ແລະ ເຫຼັກກ້າ… ວິທີການສຳລັບທັງສອງຝ່າຍລ້ວນແຕ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ”. ນອກຈາກນັ້ນ, ຕາມທ່ານນາງ Tai ແລ້ວ, ອຳນາດການປົກຄອງ ປະທານາທິບໍດີ Joe Biden ຈະເຮັດວຽກກັບອົງການການຄ້າ ໂລກ (WTO) ແລະ ບັນດາປະເທດທີ່ມີຈຸດມຸ່ງໝາຍດຽວກັນ ເພື່ອຊຸກຍູ້ການປະຕິຮູບບັນດາຂໍ້ກຳນົດ ແລະ ລະບຽບການຂອງອົງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ