ອາ​ເມ​ລິ​ກາ ກັບ​ຄືນ​ເປັນ​ຕະຫຼາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ

(VOVWORLD) - ຕະຫຼາດສິນໃນນ້ຳ ພວມມີສັນຍານດີຂຶ້ນເທື່ອລະກ້າວ ເມື່ອເດືອນພຶດສະພານີ້, ວົງເງິນສົ່ງອອກສິນໃນນ້ຳບັນລຸລະດັບສູງສຸດ ນັບແຕ່ຕົ້ນປີມານີ້. 
ອາ​ເມ​ລິ​ກາ ກັບ​ຄືນ​ເປັນ​ຕະຫຼາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ - ảnh 1ການປຸງແຕ່ງກຸ້ງ ເພື່ອສົ່ງອອກ (ພາບ: TTXVN)

ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ຕະຫຼາດສິນໃນນ້ຳ ພວມມີສັນຍານດີຂຶ້ນເທື່ອລະກ້າວ ເມື່ອເດືອນພຶດສະພານີ້, ວົງເງິນສົ່ງອອກສິນໃນນ້ຳບັນລຸລະດັບສູງສຸດ ນັບແຕ່ຕົ້ນປີມານີ້. ການສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ສະຫະພາບເອີຣົບ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ລ້ວນແຕ່ບັນລຸລາຍຮັບສູງສຸດນັບແຕ່ຕົ້ນປີມານີ້. ໃນນັ້ນ, ອາເມລິກາ ກັບຄືນກາຍເປັນຕະຫຼາດນຳເຂົ້າສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ.

        ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ປີ 2023, ການສົ່ງອອກສິນໃນນ້ຳໃນ 5 ເດືອນຕົ້ນປີຖືກຫຼຸດລົງ. ລະອຽດແມ່ນ, ຄິດສະເລ່ຍ 5 ເດືອນຕົ້ນປີ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ພຽງແຕ່ບັນລຸເກືອບ 3,4 ຕື້ USD ເທົ່ານັ້ນ, ຫຼຸດລົງ 27,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນຄວາມຕ້ອງການບໍລິໂພກຂອງບັນດາຕະຫຼາດໃຫຍ່ຫຼຸດລົງ ຕໍ່ໜ້າຜົນສະທ້ອນຈາກໄພເງິນເຟີ້ ແລະ ອັດຕາດອກເບ້ຍສູງ.

        ໃນ 2 ອາທິດຕົ້ນເດືອນມິຖຸນາ, ການສົ່ງອອກສິນໃນນ້ຳບັນລຸ 344 ລ້ານ USD, ຍົກມູນຄ່າການສົ່ງອອກສິນຄ້າປະເພດນີ້ໄລ່ຮອດກາງເດືອນ ມິຖຸນາ ບັນລຸ 3,71 ຕື້ USD. 


ຕອບກັບ

ຂ່າວ/ບົດ​ອື່ນ