ອາເມລິກາ ກະກຽມປະກາດບ້ວງເງິນໜູນຊ່ວຍດ້ານການທະຫານເຊິ່ງມີມູນຄ່າ 500 ລ້ານໂດລາສະຫະລັດ ໃຫ້ແກ່ ຢູແກຼນ

(VOVWORLD) - ລັດເຊຍ ໄດ້ຮຽກຮ້ອງຝ່າຍຕາເວັນຕົກເປັນຫຼາຍເທື່ອ, ໃນນັ້ນມີ ອາເມລິກາ, ຢຸດຕິການສົ່ງອາວຸດໃຫ້ແກ່ Kiev, ຢັ້ງຢືນເລື່ອງອຸປະຖຳດ້ານການທະຫານຢ່າງລຽນຕິດຄືແນວນັ້ນ ແມ່ນຈະເຮັດໃຫ້ການປະທະກັນແກ່ຍາວກ່ວາ.
ອາເມລິກາ ກະກຽມປະກາດບ້ວງເງິນໜູນຊ່ວຍດ້ານການທະຫານເຊິ່ງມີມູນຄ່າ 500 ລ້ານໂດລາສະຫະລັດ ໃຫ້ແກ່ ຢູແກຼນ - ảnh 1(ພາບປະກອບຈາກ Getty Images)

ອຳນາດການປົກຄອງ ອາເມລິກາ ພວມສ້າງແຜນການປະກາດບ້ວງເງິນໜູນຊ່ວຍດ້ານການທະຫານໃໝ່ໃຫ້ແກ່ ຢູແກຼນ ເຊິ່ງມີມູນຄ່າ 500 ລ້ານໂດລາສະຫະລັດໃນວັນທີ 27 ມິຖຸນາ. ບ້ວງເງິນໜູນຊ່ວຍດ້ານການທະຫານນີ້ຈະລວມທັງ ລົດ Bradley ຂອງທະຫານບົກ 30 ຄັນ ແລະ ລົດຫຸ້ນເກາະ 25 ຄັນ, ໃນສະພາບການທີ່ ຢູແກຼນ ຍູ້ແຮງການເຄື່ອນໄຫວຕ່າວໂຈມຕີໃນການປະທະກັນກັບລັດເຊຍ. ຄຽງຄູ່ກັນນັ້ນ, ຢູແກຼນ ຈະໄດ້ຮັບລູກປືນລູກຝາໃຫ້ລະບົບປືນໃຫຍ່ HIMARS, ອາວຸດປະເພດຕ່າງໆ.

        ລັດເຊຍ ໄດ້ຮຽກຮ້ອງຝ່າຍຕາເວັນຕົກເປັນຫຼາຍເທື່ອ, ໃນນັ້ນມີ ອາເມລິກາ, ຢຸດຕິການສົ່ງອາວຸດໃຫ້ແກ່ Kiev, ຢັ້ງຢືນເລື່ອງອຸປະຖຳດ້ານການທະຫານຢ່າງລຽນຕິດຄືແນວນັ້ນ ແມ່ນຈະເຮັດໃຫ້ການປະທະກັນແກ່ຍາວກ່ວາ. ມົດສະກູ ໄດ້ປະກາດຫຼາຍເທື່ອວ່າ ອາວຸດຂອງຝ່າຍຕາເວັນຕົກ ສະໜອງໃຫ້ຢູແກຼນ ລ້ວນແຕ່ແມ່ນມີຈຸດໝາຍອັນຊອບທຳ ເພື່ອໃຫ້ ລັດເຊຍ ທຳລາຍ ຫຼື ເກັບຮັກສາ.

ຕອບກັບ

ຂ່າວ/ບົດ​ອື່ນ