ອາເມລິກາ ກະຕຸກຊຸກຍູ້ ອາຊຽນ ແລະ ຈີນ ຍູ້ໄວການເຈລະຈາ ກ່ຽວກັບ COC

ອາເມລິກາ ກະຕຸກຊຸກຍູ້ ອາຊຽນ ແລະ ຈີນ ຍູ້ໄວການເຈລະຈາ ກ່ຽວກັບ COC - ảnh 1
(ພົນ​ເຮືອ​ເອກ Sammuel Locklear)


(vovworld) – ວັນ​ທີ 23/05, ຜູ້​ບັນຊາການກອງ​ບັນຊາ​ການ​ທະຫານ​ປາຊີ​ຝິກ ຂອງ​ອາ​ເມ​ລິ​ກາ, ພົນ​ເຮືອ​ເອກ Sammuel Locklear ​ໄດ້​ອອກສຽງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫຼັງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ພ້ອມ​ທັງ​​ຊຸກຍູ້​​ອາ​ຊຽນ ​ແລະ ຈີນ ຍູ້​​ໄວການ​ເຈລະ​ຈາ​ກ່ຽວກັບປະ​ມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ການ​ຄິດ​​ໄລ່​ທີ່​ພິພາດ ອາດ​ພາ​ໄປ​ເຖິງ​ການ​ປະ​ທະ​ກັນດ້ວຍ​ກຳລັງ​ອາວຸດ, ນາບ​ຂູ່​ເຖິງ​ການ​ພັດທະນາ​ເສດຖະກິດ​ຂອງ​ທົ່ວ​ພາກ​ພື້ນ.

        ​ເມື່ອຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາບ​ຄວາມ​ປອດ​ໄພຢູ່​ອາຊີ ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ກ່ຽວ​ກັບ​ອາຊີຕາ​ເວັນ​ອອກ ຢູ່​ຟີ​ລິບ​ປິນ, ຫົວໜ້າ​ບັນດາ​ກຳລັງ​ທະຫານ​ອາ​ເມ​ລິ​ກາ ຢູ່ພາກ​ພື້ນ​ອາຊີ​ປາຊີ​ຝິກ ​ໄດ້​ຮຽກ​ຮ້ອງບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ, ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ຜ່ານ​ບັນດາກົນ​ໄກ​ທຳ​ມະ​ດາ, ອີ່​ງ​ໃສ່​ກົດໝາຍ​ສາກົນ ຫຼື ​ເວທີ​ປາ​ໄສ​ສາກົນ. ພົນ​ເຮືອ​ເອກ Sammuel Locklear ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ​ໄດ້ ​ແລະ ພວມ​ເພີ່ມ​ທະວີ​ການ​ສ້າງ​ບັນດາ​ການ​ພົວພັນ​ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ປາດ​ຖະໜາ​ຢາກ​ຊອກ​ຫາ​ກາລະ​ໂອກາດ​ເພື່ອ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຫວຽດນາມ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ