ອາ​ເມ​ລິ​ກາ ກ່າວ​ຫາ ພົນລະ​ເມືອງ ຈີນ ສອງ​ຄົນ ​ລັກ​ເອົາຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ ​ໂຄ​ວິດ - 19 ​ແລະ ຄວາມ​ລັບ​ດ້ານ​ປ້ອງ​ກັນຊາ​ດ.

(VOVWORLD) -ວັນທີ 21 ກໍລະກົດ, ກະຊວງຍຸຕິທໍາ ອາເມລິກາ ໄດ້ກ່າວຫາພົນລະເມືອງ ຈີນ 2 ຄົນ ນັ້ນແມ່ນ ຫຼີແຊວອຸ໋ຍ ແລະ ຕຸ໋ງຈາຈື ວ່າ ໄດ້ເຂົ້າຮ່ວມການເຄື່ອນໄຫວສອດແນມ ໂດຍແນໃສ່ບັນດາຜູ້ຮັບເໝົາໂຄງການປ້ອງກັນຊາດ, ບັນດານັກຄົ້ນຄວ້າກ່ຽວກັບ ໂຄວິດ - 19 ແລະ ຜູ້ປະສົບເຄາະຮ້າຍອື່ນໆນັບຮ້ອຍຄົນໃນທົ່ວໂລກ.
ອາ​ເມ​ລິ​ກາ ກ່າວ​ຫາ ພົນລະ​ເມືອງ ຈີນ ສອງ​ຄົນ ​ລັກ​ເອົາຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ ​ໂຄ​ວິດ - 19 ​ແລະ ຄວາມ​ລັບ​ດ້ານ​ປ້ອງ​ກັນຊາ​ດ. - ảnh 1ຫຼີແຊວອຸ໋ຍ ແລະ ຕຸ໋ງຈາຈື(ພາບ: AP)

        ລະອຽດ, ຕາມການກ່າວຫາຂອງ ອາເມລິກາ, ພົນລະເມືອງ 02 ຄົນຂອງຈີນ ໄດ້ລັກເອົາຂໍ້ມູນກ່ຽວກັບການອອກແບບອາວຸດ, ຂໍ້ມູນກ່ຽວກັບການຢາ, ລະຫັດຊອັບແວ ແລະ ຂໍ້ມູນສ່ວນຕົວຈາກບັນດາເປົ້າໝາຍດັ່ງກ່າວ. ວົງການເຈົ້າໜ້າທີ່ ອາເມລິກາ ກໍໄດ້ກ່າວຫາວ່າ ສອງຄົນດັ່ງກ່າວ ແມ່ນຜູ້ຮັບເໝົາໃຫ້ແກ່ລັດຖະບານ ຈີນ ຫຼາຍກວ່າ ເປັນນັກສືບສອດແນມເປັນມືອາຊີບ.

        ປັດຈຸບັນ, ສະຖານທູດ ຈີນ ຍັງບໍ່ທັນມີປະຕິກິລິຍາຕອບກັບຕໍ່ຄໍາກ່າວຫາດັ່ງກ່າວເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ