ອາ​ເມ​ລິ​ກາ ກ່າວ​ເຕືອນ ຈະ​ມີ​ການ​ກະ​ທຳໂຕ້​ຕອບ ຖ້​າ​ຫາ​ກ ລັດ​ເຊຍ ສືບ​ຕໍ່​ມີ​ການ​ກະ​ທຳ​ເກາະ​ຜິດ

(VOVWORLD) -ອາເມລິກາ ຈະມີການໂຕ້ຕອບຄືນ ຖ້າຫາກວ່າ ລັດເຊຍ ສືບຕໍ່ມີບັນດາການກະທຳເກາະຜິດ. ບັນດາການກະທຳຂອງ ລັດເຊຍ ເຊິ່ງ ທ່ານ Antony Blinken ໄດ້ເຕື້ອງເຖິງນັ້ນ ລວມມີ ບັ້ນບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ SolarWinds ແລະ ບັນດາຄວາມມານະພະຍາຍາມວາງຢາເບື່ອໃສ່ການນຳຝ່າຍຄ້ານ Alexei Navalny.
ອາ​ເມ​ລິ​ກາ ກ່າວ​ເຕືອນ ຈະ​ມີ​ການ​ກະ​ທຳໂຕ້​ຕອບ ຖ້​າ​ຫາ​ກ ລັດ​ເຊຍ ສືບ​ຕໍ່​ມີ​ການ​ກະ​ທຳ​ເກາະ​ຜິດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: VOV)

ວັນທີ 29 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ La Repubblica  ຂອງ ອີຕາລີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ອາເມລິກາ ຢາກມີສາຍພົວພັນເປັນປົກກະຕິ ແລະ ສາມາດຄາດຄະເນໄດ້ງ່າຍກວ່າ ກັບລັດເຊຍ. ເຖິງຢ່າງໃດກໍຕາມ, ທ່ານ  Antony Blinken ກໍກ່າວເຕືອນວ່າ ອາເມລິກາ ຈະມີການໂຕ້ຕອບຄືນ ຖ້າຫາກວ່າ ລັດເຊຍ ສືບຕໍ່ມີບັນດາການກະທຳເກາະຜິດ. ບັນດາການກະທຳຂອງ ລັດເຊຍ ເຊິ່ງ ທ່ານ Antony Blinken ໄດ້ເຕື້ອງເຖິງນັ້ນ ລວມມີ ບັ້ນບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ SolarWinds ແລະ ບັນດາຄວາມມານະພະຍາຍາມວາງຢາເບື່ອໃສ່ການນຳຝ່າຍຄ້ານ Alexei Navalny.

        ກ່ຽວຂ້ອງເຖິງ ຈີນ, ທ່ານ Antony Blinken ໃຫ້ຮູ້ວ່າ ອາເມລິກາ ເຄົາລົບບັນດາສາຍພົວພັນຂອງບັນດາປະເທດອື່ນ ກັບ ຈີນ ແລະ ອາເມລິກາ ຈະບໍ່ຮຽກຮ້ອງໃຫ້ບັນດາປະເທດຕ້ອງເລືອກ ລະຫວ່າງ ອາເມລິກາ ແລະ ຈີນ. ຕາມທ່ານ Antony Blinken, ອາເມລິກາ ເຫັນໄດ້ຫຼາຍບັນຫາໃນການພົວພັນກັບ ຈີນ ລວມທັງການສູ້ຢັນກັນ, ການແກ້ງແຍ້ງ ແລະ ການຮ່ວມມື ພ້ອມກັນນັ້ນ ທ່ານກໍເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມືລະຫວ່າງບັນດາປະເທດໃນການຮັບມືກັບ ຈີນ ຢ່າງມີປະສິດທິຜົນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ