ອາ​ເມ​ລິ​ກາ ກ່າວ​ເຕືອນ ຕາ​ລີ​ບານ ຂຶ້ນ​ກຳ​ອຳ​ນາດ​ດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງຈະ​ບໍ​່​ໄດ​້​ຮັບ​ການ​ຮັບ​ຮອງ​ຈາກ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) -ວັນທີ 13 ສິງຫາ, ທ່ານທູດພິເສດ ອາເມລິກາ Zalmay Khalilzad ໄດ້ກ່າວເຕືອນ ຕາລີບານ ວ່າ ບໍ່ວ່າລັດຖະບານໃດຂຶ້ນກຳອຳນດາດ້ວຍການໃຊ້ຄວາມຮຸນແຮງຢູ່ ອາບການິດສະຖານ ກໍຈະບໍ່ໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.
ອາ​ເມ​ລິ​ກາ ກ່າວ​ເຕືອນ ຕາ​ລີ​ບານ ຂຶ້ນ​ກຳ​ອຳ​ນາດ​ດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງຈະ​ບໍ​່​ໄດ​້​ຮັບ​ການ​ຮັບ​ຮອງ​ຈາກ​ປະ​ຊາ​ຄົມ​ສາ​ກົນ - ảnh 1ທ່ານທູດພິເສດ ອາເມລິກາ Zalmay Khalilzad  (ພາບ: AFP/TTXVN)

ທ່ານ Zalmay Khalilzad ໄດ້ເດີນທາງໄປຍັງ Doha (ກາຕາ) ເຊິ່ງເປັນແຫ່ງທີ່ກຳລັງຕາລີບານ ຕັ້ງຫ້ອງການການເມືອງ ດ້ວຍຄວາມຫວັງຈະເກ້ຍກ່ອມບັນດາການນຳ ຕາລີບານ ກັບຄືນສູ່ການເຈລະຈາກັບລັດຖະບານ ອາບການິດສະຖານ. ວັນທີ 13 ສິງຫາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ ຕາລີບານ ຢຸດຕິບັນດາການບຸກໂຈມຕີ ແລະ ກ່າວເຕືອນວ່າ ອາບການິດສະຖານ ພວມຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ແລະ ບໍ່ສາມາດຄວບຄຸມໄດ້.

        ໃນຂະນະນັ້ນ, ວັນທີ 13 ສິງຫາ, ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ໂຮມປະຊຸມດ່ວນກ່ຽວກັບສະພາບການຢູ່ ອາບການິດສະຖານ ເພື່ອປຶກສາຫາລືກ່ຽວກັບສະພາບການປັດຈຸບັນຢູ່ ອາບການິດສະຖານ ພາຍຫຼັງທີ່ ອາເມລິກາ ດຳເນີນການຖອນຈຳນວນພົນທະຫານທີ່ຍັງເຫຼືອກັບຄືນເມືອປະເທດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Ben Wallace ໃຫ້ຮູ້ວ່າ ອັງກິດ ພວມຊັ່ງຊາທຸກຄວາມສາມາດ, ໃນນັ້ນມີການຜັນຂະຫຍາຍກຳລັງທະຫານໄປຍັງ ອາບການິດສະຖານ ຄືນໃໝ່ ຖ້າຫາກວ່າ ສະພາບການຢູ່ນີ້ຍັງສືບຕໍ່ວຸ້ຍວາຍຄືໃນປັດຈຸບັນ.

        ໃນວັນດຽວກັນ, ຫຼາຍປະເທດເອີຣົບ ໄດ້ຕັດສິນໃຈປິດປະຕູອົງການຕາງໜ້າທາງການທູດ ປະຈຳ ອາບການິດສະຖານ ກໍຄື ຍົກຍ້າຍພົນລະເມືອງອອກຈາກປະເທດອາຊີຕາເວັນຕົກນີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ