ອາເມລິກາ ກ່າວເຕືອນຈະຈຳກັດການອອກວີຊາໃຫ້ບັນດາບໍລິສັດອື່ນຂອງ ຈີນ ຊຶ່ງຄ້າຍຄືກັນກັບ Huawei

(VOVWORLD) - ວັນທີ 15 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ: ອາເມລິກາ ຈະຈຳກັດການອອກວີຊາໃຫ້ບັນດາບໍລິສັດຂອງ ຈີນ ເຊິ່ງຄ້າຍຄືກັນກັບກຸ່ມບໍລິສັດເຕັກໂນໂລຊີໂທລະຄົມມະນາຄົມ Huawei. 

ກ່າວຄຳເຫັນທີ່ກອງປະຊຸມຂ່າວຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານ Pompeo ໃຫ້ຮູ້ວ່າ: “ກະຊວງການຕ່າງປະເທດ ອາເມລິກາ ຈະຈຳກັດການອອກວີຊາ ໃຫ້ພາລະກອນບາງຄົນທີ່ເຮັດວຽກໃຫ້ບັນດາບໍລິສັດເຕັກໂນໂລຊີຂອງ ຈີນ ຄື Huawei”.

ອາເມລິກາ ກ່າວເຕືອນຈະຈຳກັດການອອກວີຊາໃຫ້ບັນດາບໍລິສັດອື່ນຂອງ ຈີນ ຊຶ່ງຄ້າຍຄືກັນກັບ Huawei - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN)

        ແລະກໍ່ໃນວັນທີ 15 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍ່ສະແດງຄວາມຫວັງວ່າ ຢາກຈັດຕັ້ງບັນດາກອງປະຊຸມເຈລະຈານັກວິຊາການຂັ້ນສູງກັບ ສປປ.ເກົາຫຼີ ໂດຍໄວ ແລະ ບໍ່ເວັ້ນເສຍຕໍ່ກໍລະນີ ຈະຈັດການພົບປະສຸດຍອດລະຫວ່າງການນຳ 2 ປະເທດ. ກ່າວຄຳເຫັນທີ່ສະໂມສອນເສດຖະກິດຢູ່ ນິວຢອກ, ທ່ານ Pompeo ໃຫ້ຮູ້ວ່າ: "ມີຫລາຍກອງປະຊຸມໄດ້ປຶກສາຫາລືຫລາຍກ່ວາສິ່ງໃດໄດ້ປະກາດ". ທ່ານຫວັງວ່າ ຈະໄດ້ຈັດກອງປະຊຸມປຶກສາຫາລືນັກວິຊາການຂັ້ນສູງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ