ອາເມລິກາ ກ່າວເຕືອນຜົນຮ້າຍຢ້ອນຫລັງ ຖ້າຫາກ ເມັກຊີໂກ ບໍ່ປະຕິບັດຂໍ້ຕົກລົງອົບພະຍົບ

(VOVWORLD) - ວັນທີ 08 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ ຂໍ້ຕົກລົງສະບັບໜຶ່ງໃນເວລາສຸດທ້າຍ ແນໃສ່ຫຼີກລ້ຽງເລື່ອງ ວໍຊິງຕັນ ຈັດວາງພາສີຈະມີປະສິດທິຜົນ, ຖ້າຫາກ ເມັກຊີໂກ ປະຕິບັດໄດ້ບົດບາດໃນການສະກັດກັ້ນກະແສຟອງຊາວອົບພະຍົມຜ່ານຊາຍແດນ. 

ໃນສື່ສັງຄົມອອນລານສ່ວນຕົວ Twitter, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ເມັກຊີໂກ ຈະມານະພະຍາຍາມທີ່ສຸດ ແລະ ຖ້າຫາກເຂົາເຈົ້າປະຕິບັດໄດ້ສິ່ງດັ່ງກ່າວ ນີ້ຈະແມ່ນຂໍ້ຕົກລົງທີ່ປະສົບຜົນສຳເລັດໃຫ້ທັງ ອາເມລິກາ ແລະ ເມັກຊີໂກ.

        ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງບັນດາເຈົ້າໜ້າທີ່ 2 ປະເທດບັນລຸໄດ້ຂໍ້ຕົກລົງກ່ຽວກັບຊາວອົບພະຍົບມາເປັນເວລາ 1 ວັນ, ຜ່ານນັ້ນ, ເມັກຊີໂກ ຈະຫຼີກລ້ຽງການຈັດວາງພາສີຈາກ ອາເມລິກາ ສຳລັບສິນຄ້າສົ່ງອອກໄປຍັງປະເທດບ້ານໃກ້ເຮືອນຄຽງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ