ອາ​ເມ​ລິ​ກາ​ ຂຶ້ນ​ແຜນ​ການ​ຖອນ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 2 ມີນາ, ທຳນຽບ 5 ແຈໄດ້ຂຶ້ນແຜນການຖອນທະຫານອອກຈາກ ອາບການິດສະຖານໃນເບື້ອງຕົ້ນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນທີ 2 ມີນາ, ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາໃຫ້ຮູ້ວ່າ ທ່ານໄດ້ມອບສິດໃຫ້ແກ່ ທ່ານນາຍພົນ Scott Miller ຜູ້ບັນຊາບັນດາກຳລັງອາເມລິກາ ຢູ່ ອາບການິດສະຖານ ເລີ່ມດຳເນີນໄລຍະເບື້ອງຕົ້ນຂອງການຖອນທະຫານອາເມລິກາ ກັບເມືອປະເທດ.
ອາ​ເມ​ລິ​ກາ​ ຂຶ້ນ​ແຜນ​ການ​ຖອນ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ - ảnh 1ພົນທະຫານອາເມລິກາຢູ່ອາບການິດສະຖານ (ພາບ: Reuters) 

ໄລຍະນີ້ອາດຈະເລີ່ມຕົ້ນໃນ 10 ວັນຈະມາເຖິງ. ຕາມທ່ານ Mark Esper ແລ້ວ ອາເມລິກາຈະຫຼຸດລົງຈຳນວນພົນທະຫານອາເມລິກາຢູ່ ອາບການິດສະຖານ ລົງເຫຼືອພຽງ 8.600 ຄົນ ໃນຮອບເວລາ 135 ວັນ, ຫຼັງຈາກນັ້ນຈະຕີລາຄາສະພາບການຄືນໃໝ່.

ທຳນຽບ 5 ແຈ ໄດ້ຂຶ້ນແຜນການຖອນພົນລະຫານກໍ່ຕາມ ແຕ່ຍັງໃຫ້ຂໍ້ສັງເກດວ່າ ຄວາມຮຸນແຮງຢູ່ ອາບການິດສະຖານຍາກທີ່ຈະສິ້ນສຸດລົງຢ່າງສິ້ນເຊິງ, ນັບທັງກໍລະນີ ອາເມລິກາ ແລະ ຕາລີບານ ລົງນາມໃນຂໍ້ຕົກລົງ. ວັນທີ 2 ມີນາ, ຕາລີບານໄດ້ກ່າວເຕືອນວ່າ ບັນດາການເຄື່ອນໄຫວຕ້ານລັດຖະບານ ອາບການິດສະຖານອາດຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ ແລະ ຕາລີບານ ຈະບໍ່ເຂົ້າຮ່ວມບັນດາການເຈລະຈາພາຍໃນ ອາບການິດສະຖານຈົນເຖິງເວລາທີ່ລັດຖະບານປະເທດນີ້ ປ່ອຍນັກໂທດ 5.000 ຄົນ ຂອງ ກຳລັງນີ້.

ຟ້າມຮວນນັກຂ່າວ VOV ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ