ອາເມລິກາ ຄັດຄ້ານຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ

(VOVWORLD) - ເລື່ອງຈີນດຳເນີນການຊ້ອມຮົບດ້ານການທະຫານຢູ່ທະເລຕາເວັນອອກ ແມ່ນໄປຝືນກັບບັນດາຄວາມມານະພະຍາຍາມ ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮັກສາສະຖຽນລະພາບ.

ອາເມລິກາ ຄັດຄ້ານຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ - ảnh 1

 ການກະທຳຂອງຈີນ ຈະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຂາດສະຖຽນລະພາບຕື່ມອີກ

(ພາບ: CSIS/AMTI)

ວັນທີ 02 ກໍລະກົດ, ກະຊວງປ້ອງກັນປະເທດອາເມລິກາ ໄດ້ອອກຖະແຫຼງການຄັດຄ້ານການຊ້ອມຮົບດ້ານການທະຫານຂອງຈີນ ຢູ່ທະເລຕາເວັນອອກ. ຖະແຫຼງການຊີ້ແຈ້ງວ່າ, ອາເມລິກາ ມີຄວາມວິຕົກກັງວົນຕໍ່ເລື່ອງ ຈີນ ດຳເນີນການຊ້ອມຮົບດ້ານການທະຫານຢູ່ອ້ອມໝູ່ເກາະ ຮ່ວາງຊາ ຢູ່ທະເລຕາເວັນອອກໃນລະຫວ່າງວັນທີ 01 – 05 ກໍລະກົດ. ຖະແຫຼງການໄດ້ເນັ້ນໜັກວ່າ, ເລື່ອງດຳເນີນການຊ້ອມຮົບດ້ານການທະຫານຢູ່ທະເລຕາເວັນອອກ ແມ່ນໄປຝືນກັບບັນດາຄວາມມານະພະຍາຍາມ ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮັກສາສະຖຽນລະພາບ. ການກະທຳຂອງຈີນ ຈະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຂາດສະຖຽນລະພາບຕື່ມອີກ. ການຊ້ອມຮົບດັ່ງກ່າວແມ່ນການຜັນແປຄັ້ງຫຼ້າສຸດໃນບັນດາການກະທຳຂອງຈີນ ເພື່ອແນໃສ່ຢືນຢັນຖະແຫຼງກ່ຽວກັບເຂດນ່ານທະເລຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ ເຊິ່ງໄດ້ກໍ່ຄວາມເສຍຫາຍໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ກະຊວງປ້ອງກັນປະເທດອາເມລິກາ ຈະສືບຕໍ່ຕິດຕາມສະພາບການດ້ວຍຄວາມຫວັງວ່າ, ຈີນ ຈະຈຳກັດການຫັນເປັນການທະຫານ ແລະ ບີບບັງຄັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ທະເລຕາເວັນອອກ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງລະງັບໃຈ ແລະ ບໍ່ມີການກະທຳດ້ານການທະຫານທີ່ອາດຈະເຮັດໃຫ້ການຂັດແຍ້ງກັນຢູ່ທະເລຕາເວັນອອກ ຮ້າຍແຮງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ