ອາ​ເມ​ລິ​ກາ ຄັດ​ຄ້ານຕໍ່​ເລື່ອງ ອິດ​ສະ​ຣາ​ແອັນ​ ເປີດກວ້າງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ຝ​ັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈ​ໍ​ແດນ

(VOVWORLD) - ເລື່ອງ ອິດສະຣາແອັນ ເປີດກວ້າງບັນດາເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ.

ວັນທີ 23 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ເລື່ອງ ອິດສະຣາແອັນ ເປີດກວ້າງບັນດາເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ. ການກະທຳນີ້ເປັນສັນຍານທີ່ຊີ້ໃຫ້ເຫັນທ່າອ່ຽງກັບຄືສູ່ການປະຕິບັດນະໂຍບາຍຍາວນານຂອງ ອາເມລິກາ ໃນບັນຫາ ອິດສະຣາແອັນ ແລະ ປາແລັດສະຕິນ, ເຊິ່ງໄດ້ຕ່າວປີ້ນພາຍໃຕ້ອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump.

ຖະແຫຼງການຂອງອຳນາດການປົກຄອງ ອາເມລິກາ ໄດ້ຍົກອອກມາ ພາຍຫຼັງທີ່ທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ເປີດເຜີຍວ່າ ທ່ານນາຍົກລັດຖະມົນຕີ  Benjamin Netanyahu ແລະ ບັນດາສະມາຊິກອື່ນໆຂອງລັດຖະບານ ໄດ້ຕົກລົງສ້າງຕັ້ງສະພາວາງແຜນຜັງ ເພື່ອໃຫ້ສັດຕະຍາບັນໂຄງການກໍ່ສ້າງເຮືອນຢູ່ປະມານ 3.300 ຫຼັງຢູ່ບັນດາເຂດຕັ້ງຖິ່ນຖານ. ເຮືອນຢູ່ສ່ວນໃຫຍ່ແມ່ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທາງພາກຕາເວັນອອກ Jerusalem.

ປາແລັດສະຕິນ ໄດ້ຄັດຄ້ານແຈ້ງການຂອງ ອິດສະຣາແອັນ ກ່ຽວກັບແຜນການດັ່ງກ່າວ, ໂດຍຖືວ່າ ການກະທຳດັ່ງກ່າວ ເຮັດໃຫ້ຄວາມອາດສາມາດບັນລຸໄດ້ມາດຕະການ 2 ລັດ ຖືກຫຼຸດລົງ.


 

ຕອບກັບ

ຂ່າວ/ບົດ​ອື່ນ